ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຫົວໜ້າ​ການເມືອງ ກອງ​ພົນ​ທີ 3 ພົບ​ປະ​ໂອ້​ລົມ ພະນັກງານ​ພັກ​ການ​ຮັບ​ບຳນານ
ເວລາອອກຂ່າວ: 2025-03-21 09:03:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1296 | ຄວາມນິຍົມ:



ໃນ​ວັນ​ທີ 13 ມີນາ 2025, ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 3 ໄດ້​ພົບ​ປະ​ໂອ້​ລົມ​ພະນັກງານ​ພັກ​ການ​ກະກຽມ​ລໍຖ້າ​ຮັບ​ບຳນານ, ພະນັກງານ​ພັກ​ການ​ຮັບ​ບຳນານ ແລະ ພະນັກງານ​ພັກ​ການ​ປິ່ນປົວ​ສຸຂະພາບ, ຢູ່​ທີ່​ຫ້ອງ​ປະຊຸມ​ກອງ​ພົນ​ທີ 3, ໂດຍ​ມີ ຄະນະ​ພັກ-ຄະນະ ​ບັນຊາ 5 ຫ້ອງ ແລະ ພະແນກການ​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ປະເສີດ ນັດ​ອຸດົມ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ພົນ​ທີ 3 ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ການ​ປະຕິບັດ​ນະໂຍບາຍ​ຕໍ່​ນາຍ​ທະຫານ​ຢູ່​ໃນ​ຖັນ​ແຖວ​ກອງທັບ​ທີ່​ມີ​ເງື່ອນໄຂ ພັກ​ການ​ຮັບ​ບຳນານ ໃນ​ນີ້, ກະ ຊວງ​ປ້ອງ​ກັນ​ປະເທດ​ຕົກລົງ​ໃຫ້​ພະນັກງານ ຢູ່ ກອງ​ພົນ​ທີ 3 ພັກ​ການ​ລໍຖ້າ​ຮັບ​ບຳນານ 3 ສະຫາຍ, ພັກ​ການ​ຮັບ​ບຳນານ 14 ສະຫາຍ, ຍິງ 3 ສະຫາຍ ແລະ​ຕົກລົງ​ອະນຸ ມັດ​ໃຫ້​ນາຍ​ທະຫານ​ພັກ​ການ​ປິ່ນປົວ​ສຸຂະພາບ 2 ສະຫາຍ. ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນສຳເລັດ​ທີ​ບັນດາ​ພະນັກງານ​ບຳນານ ທີ່​ໄດ້​ອຸທິດ​ຊີວິດ ເລືອດ​ເນື້ອ​ເຫື່ອແຮງ ທັງ​ກາຍ ແລະ ໃຈ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຕະຫຼອດ​ໄລຍະ​ຜ່ານ​ມາ ເຊິ່ງ​ໄດ້​ຮັບ​ໜ້າທີ່​ອັນ​ມີ​ກຽດ ແລະ ມີ​ຜົນສຳເລັດ​ແຕ່​ຕົ້ນ​ຕະຫຼອດ​ປາຍ, ພ້ອມ​ທັງ ຮຽກຮ້ອງ​ໃຫ້ ຜູ້​ທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້ ພັກ​ການ​ຮັບ​ບຳນານ​ໃນ​ຄັ້ງ​ນີ້​ສືບຕໍ່​ຍຶດ​ໝັ້ນ​ຕໍ່​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຮີດຄອງ​ປະເພນີ​ຂອງ​ບ້ານ​ເມືອງ, ເປັນ​ແບບຢ່າງ​ໃຫ້​ແກ່​ປະຊາຊົນ​ໃນ​ການ​ດຳລົງ​ຊີວິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ດ້ວຍ​ຄວາມ​ບໍລິສຸດ, ຖືກຕ້ອງ​ຕາມ​ແນວທາງ​ຂອງ​ພັກ-ລັດ​ຂັ້ນ​ເທິງ. ໂດຍ: ທອງ​ເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ