
ກອງຮ້ອຍປ້ອງກັນທີ່ຕັ້ງ 901 ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-03-21 09:01:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1198 | ຄວາມນິຍົມ:
ວັນທີ 13 ມີນາ 2025, ກອງຮ້ອຍປ້ອງກັນທີ່ຕັ້ງ 901 ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ເປີດຊຸດອົບ ຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວິໄລ ສັນທະວີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານເເຂວງຈຳປາສັກ, ມີ ຄະນະພັກ-ຄະນະບັນຊາ ພະແນກ ການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະ ນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ເອັງມະນີ ວົງພູທອນ ຫົວໜ້າການທະຫານກອງຮ້ອຍປ້ອງກັນທີ່ຕັ້ງ 901 ໄດ້ຜ່ານແຜນການອົບຮົມ-ຫັດແອບປະຈຳປີ 2025, ເຊີ່ງເນື້ອໃນການອົບຮົມ-ຫັດແອບ ມີ ພາກການເມືອງ, ການທະຫານ, ພະລາທິ ການ ແລະ ເຕັກນິກ .ກຳນົດເວລາ 180 ວັນ; ເພື່ອຍົກສູງລະດັບຄວາມຮູ້ ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ ນາຍ ແລະ ພົນທະຫານ, ທັງເປັນການຊຸກຍູ້ ໃຫ້ ນາຍ ແລະ ພົນທະຫານ ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ປັບປຸງກົມກອງໃຫ້ມີລະບຽບວິໃນເຂັ້ມແຂງ ແນ່ໃສ່ການຈັດຕັ້ງປະຕິບັດ ວຽກງານກຽມພ້ອມສູ້ຮົບ, ພ້ອມທັງເປັນການສ້າງຄວາມສາມັກຄີກັນລະຫວ່າງ ນາຍ ແລະ ພົນທະຫານ ນອກນີ້ຍັງເປັນການຝຶກຝົນຫຼໍ່ຫຼອມກຳລັງແຮງກາຍໃຫ້ມີສຸຂະພາບແຂງແຮງ ເພື່ອກຽມພ້ອມເຮັດສຳ ເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ສະຫາຍ ພັນໂທ ວິໄລ ສັນທະວີ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ພະນັກງານ-ນັກຮົບ ຕ້ອງເຊື່ອມຊຶມກຳເເໜ້ນເນື້ອໃນຂອງການອົບຮົມ-ຫັດແອບ, ເກັບກຳເອົາບົດຮຽນ ໃນແຕ່ລະວິຊາໃຫ້ມີຄຸນນະພາບສູງ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ, ກຳແໜ້ນທິດສະດີ, ຫຼັກການ ແລະ ຮູ້ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ໃຫ້ໄດ້ຮັບຜົນດີ.
ໂດຍ: ນາງ ສີລິຄານ ສີດາວົງ
ພາບ: ນາງ ສົມພອນ ເເກ້ວມະນີໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ