
ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ ສະໄໝທີ VIlI ຮອບທີ 2
ເວລາອອກຂ່າວ: 2025-03-20 16:01:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1007 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ຄຳຄອງ ພົມມະປັນຍາ ກໍາມະການຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກຮາກຖານ ຈາກອົງການ, ກົມກອງ ທົ່ວກອງບັນຊາການທະຫານແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ກໍາມະການຄະນະພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ ສະໄໝທີ VIII ໂດຍໄດ້ຕີລາຄາໝາກຜົນແຫ່ງການນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກໄດ້ສຸມໃສ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ມີຜົນສໍາເລັດຫຼາຍດ້ານ ໂດຍເອົາໃຈໃສ່ເປັນພິເສດການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ຖັນແຖວສະມາຊິກພັກໃຫ້ໄດ້ຮັບການຄົ້ນຄວ້າ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍ ຂອງພັກແຕ່ລະໄລຍະ, ກົດລະບຽບຂອງພັກ. ເຊິ່ງຜ່ານມາ, ສາມາດເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມສັດຊື່ບໍລິສຸດເປັນແບບຢ່າງນໍາໜ້າ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ, ໄດ້ຢຶດໝັ້ນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ເອົາໃຈໃສ່ປັບປຸງ, ບູລະນະການຈັດຕັ້ງພັກ, ການຈັດຕັ້ງບັນຊາເປັນລະບົບ ແລະ ມີຄວາມເຂັ້ມແຂງໜັກແໜ້ນ. ທົ່ວກອງບັນຊາການທະຫານແຂວງ ມີ 9 ຄະນະພັກຮາກຖານ, ມີ 54 ໜ່ວຍພັກ, ທຽບໃສ່ປີ 2020 ເພີ່ມຂຶ້ນ 2 ໜ່ວຍພັກ, ໄດ້ຈັດແບ່ງປະເພດກົມກອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະເພດ I ມີ 33 ກົມກອງ, ປະເພດ II ມີ 4 ກົມກອງ, ແບ່ງປະເພດຄຸນນະພາບການເມືອງພາຍໃນ ປະເພດ I ເທົ່າກັບ 91,66%, ປະເພດ II ເທົ່າກັບ 11,11%.
ໂອກາດນີ້, ສະຫາຍ ຄໍາຄອງ ພົມມະປັນຍາ ໄດ້ຊີ້ນໍາໃຫ້ຄະນະພັກແຕ່ລະຂັ້ນ ຈົ່ງໃຊ້ສິດປະຊາທິປະໄຕຂອງຕົນ ໃນຄົ້ນຄວ້າພິຈາລະນາເບິ່ງເຫັນທັດສະນະຄວາມຮູ້, ຄວາມສາມາດນໍາພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເພື່ອແນໃສ່ເຮັດໃຫ້ການຄັດເລືອກຄະນະພັກຊຸດນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຫຼັ້ກການຂອງພັກ ກໍຄືທິດທາງແຜນການເຄື່ອນໄຫວກະກຽມກອງປະຊຸມໃຫຍ່ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ໃຫ້ບັນລຸຕາມເປົ້າໝາຍ. ພ້ອມນີ້, ຄະນະຊີ້ນໍາຂັ້ນແຂວງໄດ້ຜັດປ່ຽນກັນແນະນໍາວິທີທາບທາມ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງພະບາງ ສະໄໝທີ VIII ຮອບທີ 2 ໄດ້ສໍາເລັດຕາມແຜນການ.
ໂດຍ: ສົມພອນ ສຸວັນທອນ
ພາບໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ