ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສພຊ ຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ອະມະຕະ
ເວລາອອກຂ່າວ: 2025-03-20 15:48:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 948 | ຄວາມນິຍົມ:



ສະພາແຫ່ງຊາດ (ສພຊ) ໄດ້ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະ ຂອງລັດຖະບານ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມີນາ 2025 ໂດຍຜ່ານການຄົ້ນຄວ້າ ພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ ແລະ ຖີ່ຖ້ວນ ຂອງບັນດາສະມາຊິກ ສະພາແຫ່ງຊາດ ກ່ຽວກັບຄວາມຕ້ອງການໃນການດຶງດູດການລົງທຶນຈາກຕ່າງປະເທດ ມາລົງທຶນໃນເຂດທຸລະກັນດານ, ພື້ນຖານໂຄງລ່າງບໍ່ທັນມີການຂະຫຍາຍຕົວ ຈຶ່ງມີຄວາມຈໍາເປັນຕ້ອງສ້າງບັນດາເງື່ອນໄຂ ແລະ ນະໂຍບາຍສົ່ງເສີມພິເສດ ຈໍານວນໜຶ່ງ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຜ່ານມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ອະມະຕະ ເຊິ່ງກອງປະຊຸມ ໄດ້ຕົກລົງ ຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ອະມະຕະ ຄື: ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ ດຳລັດ ວ່າດ້ວຍນິຄົມອຸດສາຫະກຳ ອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື: ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ອຸດສາຫະກຳຜະລິດອຸປະກອນ ຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນ ພະລັງງານແສງອາທິດ; ອຸດສາຫະກຳຜະລິດລົດ ແລະ ອາໄຫຼ່ ແລະ ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ. ເພື່ອຮັບປະກັນການພັດທະນານິຄົມອຸດສາຫະກຳ ອະມະຕະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ, ກອງປະຊຸມ ມອບໃຫ້ລັດຖະບານ ເອົາໃຈໃສ່ຜັນຂະຫຍາຍມະຕິສະບັບນີ້ ໃຫ້ເປັນອັນລະອຽດ ມີຄວາມຊັດເຈນ, ຮັດກຸມ ແລະ ແທດເໝາະກັບຈຸດພິເສດ ຂອງນິຄົມອຸດສາຫະກຳ ບົນພື້ນຖານຄວາມສອດຄ່ອງກັບ ນະໂຍບາຍສົ່ງເສີມພິເສດ ແລະ ນິຕິກຳທີ່ກ່ຽວຂ້ອງ; ມີກົນໄກ ຄຸ້ມຄອງ, ໄລ່ລຽງ ແລະ ຈັດເກັບ ພາສີ, ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ຈາກຜູ້ພັດທະນາ ແລະ ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນ ຄວາມໂປ່ງໃສ ແລະ ສອດຄ່ອງກັບນິຕິກຳກ່ຽວຂ້ອງ; ໃຫ້ຜູ້ລົງທຶນ ເຂົ້າໃນນິຄົມອຸດສາຫະກຳ ອະມະຕະ ນໍາທຶນເຂົ້າມາລົງທຶນ ໃຫ້ບັນລຸຕາມຕົວເລກຄາດໝາຍດຶງດູດການລົງທຶນ 5 ຕື້ໂດລາສະຫະລັດ; ໃຫ້ຜູ້ລົງທຶນ ປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກຳ ເປັນຕົ້ນ ອຸດສາຫະກຳປຸງແຕ່ງຢູ່ພາຍໃນ ດ້ວຍການສ້າງສູນຄົ້ນຄວ້າ, ຖ່າຍທອດຄວາມຮູ້, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເພື່ອພັດທະນາສິນຄ້າ ທີ່ຜະລິດຢູ່ໃນນິຄົມອຸດສາຫະກຳ ໃຫ້ເປັນຜະລິດຕະພັນລາວ (Made in Laos) ທີ່ໄດ້ຮັບມາດຕະຖານສາກົນ; ໃຫ້ຜູ້ພັດທະນາ ຈັດຕັ້ງປະຕິບັດການຊົດເຊີຍ, ຈັດສັນທີ່ດິນປຸກສ້າງ, ທີ່ດິນທຳການຜະລິດ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ປະກອບສ່ວນໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ລວມທັງສ້າງເງື່ອນໄຂ ໃຫ້ປະຊາຊົນອ້ອມຂ້າງ ມີລາຍໄດ້ທີ່ໝັ້ນຄົງ ຈາກການພັດທະນານິຄົມອຸດສາຫະກຳ; ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ບູລິມະ ສິດ ແລະ ນໍາໃຊ້ແຮງງານພາຍໃນ, ຍົກລະດັບ ແລະ ພັດທະນາສີມືແຮງງານ ພ້ອມທັງຖ່າຍທອດບົດຮຽນ, ເຕັກນິກວິຊາການ ໃນການນໍາໃຊ້ເຕັກໂນໂລຊີ ໃຫ້ແຮງງານດັ່ງກ່າວ ກາຍເປັນແຮງງານທີ່ມີຄຸນນະພາບ ຕອບສະໜອງຕາມ ຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ; ມີກົນໄກການບໍລິການປະຕູດຽວ ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້; ມີກົນໄກການປະສານງານ ໃນການຄຸ້ມຄອງນິຄົມອຸດສາຫະກຳ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນ ໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ; ມີກົນໄກ ຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວ ລົງທຶນພັດທະນານິຄົມອຸດສາຫະກຳ ໃນທຸກໆ ປີ ແລະ ໄລຍະ 7 ປີ ທໍາອິດ ແລ້ວສະຫຼຸບລາຍງານຜົນການປະເມີນການດັ່ງກ່າວ ຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ; ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ເປັນເຈົ້າການ, ໃຫ້ການຮ່ວມມື ແລະ ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍພາຍໃນນິຄົມອຸດສາຫະກຳ. ພ້ອມນີ້, ຍັງໄດ້ມອບໃຫ້ລັດຖະບານ ຊີ້ນໍາບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍມະຕິສະບັບນີ້ ຢ່າງເຂັ້ມງວດ; ມອບໃຫ້ ຄະນະປະຈຳສະພາແຫ່ງຊາດ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ນິຄົມອຸດສາຫະກຳຕັ້ງຢູ່ ຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິສະບັບນີ້, ຕາມພາລະບົດບາດ ແລະ ຂອບເຂດສິດ ຂອງຕົນ ຢ່າງເຂັ້ມງວດ. ໃນໂອກາດດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາ ກົດໝາຍສະບັບປັບປຸງ 2 ສະບັບ ທີ່ສະເໜີໂດຍ ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ຄື: ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ດ້ວຍຄະແນນສຽງ ເຫັນດີເປັນສ່ວຍຫຼາຍ ຕື່ມອີກ. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ