ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງພັນໃຫຍ່ປ້ອງກັນອາກາດ 645 ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2025 ຂອງບັນດາກົມກອງເຂດ 6
ເວລາອອກຂ່າວ: 2025-03-20 14:46:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 965 | ຄວາມນິຍົມ:



ໃນວັນທີ 20 ມີນາ 2025 ນີ້, ກອງພັນໃຫຍ່ປ້ອງກັນອາກາດ 645 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2025 ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2025 ຂອງບັນດາກົມກອງເຂດ 6. ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າກົມ, ຄະນະພັກ-ຄະນະບັນຊາ 12 ກົມກອງໃນເຂດ 6 ເຂົ້າຮ່ວມ. ໃນກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານຫຍໍ້ກ່ຽວກັບສະພາບ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ໂດຍນຳເອົາບັນດາເອກະສານມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເຄື່ອນໄຫວເຜີຍແຜ່ໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ. ພ້ອມກັນນັ້ນ, ຍັງໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ໃນຂອບເຂດຮັບຜິດຊອບຢ່າງເປັນປົກກະຕິ ເພື່ອຕິດຕາມກວດກາສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ເອົາໃຈໃສ່ການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອສ້າງກຳລັງແຮງອັນແຂງແກ່ນ ແລະ ສ້າງຄວາມຊຳນິຊຳນານໃຫ້ແກ່ພະນັກງານ-ນັກຮົບຂອງຕົນ ທັງຮັບປະກັນມີຄວາມຄ່ອງແຄ່ວໃນການປະຕິບັດໜ້າທີ່. ພ້ອມກັນນັ້ນ, ຍັງສຸມໃສ່ການປູກ-ການລ້ຽງ ແລະ ການບໍລິການຕ່າງໆ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ. ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກກົມກອງ ຈົ່ງເອົາໃຈໃສ່ເພີ່ມທະວີເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ ເພີ່ມທະວີຍົກສູງພາລະບົດບາດການນຳພາ-ຊີ້ນຳຕໍ່ໜ້າທີ່ການເມືອງ ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມທິດນໍາຂອງພັກ ແລະ ເອົາໃຈໃສ່ເຮັດວຽກງານການກຽມພ້ອມສູ້ຮົບ ປ້ອງກັນເວນຍາມຕາມຂອບເຂດຄວາມຮັບຜິດຊອບຂອງກົມກອງ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ອົບຮົມ-ຫັດແອບ, ເຝິກແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ປັບປຸງລະບຽບແບບແຜນຂອງກົມກອງ, ເອົາໃຈໃສ່ຄຸ້ມຄອງກວດກາດ້ານຈໍານວນພົນ ແລະ ບົວລະບັດຮັກສາພາຫະນະ-ເຕັກນິກ ເພື່ອຮັບປະກັນໃນເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງ ໃຫ້ທ່ວງທັນກັບສະພາບການ. ໂດຍ: ທອງມາ ໄຊຍະເພັງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ