ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ບໍລິສັດ ທິບ​ພະລັງ​ສີ ມອບ​ເງິນ​ຊ່ວຍເຫຼືອ ກອງພັນ​ທີ 4 ສ້າງ​ຫໍ​ຂ່າວ​ຫຼັງ​ໃໝ່
ເວລາອອກຂ່າວ: 2025-03-20 09:07:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 905 | ຄວາມນິຍົມ:



ວັນ​ທີ 6 ມີນາ 2025, ບໍລິສັດ ທິບ​ພະລັງ​ສີ ໄດ້​ມອບ​ເງິນຈຳ​ນວນ 10.000.000 ກີບ ຊ່ວຍເຫຼືອ​ກອງ ພັນ​ທີ 4 ໂຮງຮຽນ​ກໍ່ສ້າງ​ນາຍ​ ສິບ​ເລກ 2 ວຽງ​ໄຊ ເພື່ອ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຫໍ​ ຂ່າວ​ຫຼັງ​ໃໝ່, ຕາງໜ້າ​ກ່າວ​ມອບ​ຂອງ ສະຫາຍ ​ປອ ອຳນວຍ ເຮືອງ ​ວົງສາ ເຈົ້າເມືອງ ເມືອງ​ບາ​ຈຽງ​ຈະເລີນ​ສຸກ ແຂວງ​ຈຳປາ​ສັກ ແລະ ສະຫາຍ ເສກ​ສັນ ຈັນທະ​ສັກ ຮ້ານ​ອຸດົມ​ຊັບ ວັດ​ສະ​ດຸ ກໍ​່ສ້າງ ໄດ້​ ມອບ​ເຄື່ອງ​ກິລາ ຈຳນວນ 12 ຊຸດມູນ​ຄ່າ 1.500.000 ກີບ ໃຫ້​ກອງ ພັນທີ 4; ໂດຍ​ການຕາງໜ້າ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ສົມ​ພອນ ສິລິ​ກຸນ ຫົວໜ້າ​ການ​ທະຫານ ກອງພັນ​ທີ 4 ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ສົມ​ພອນ ສິລິ​ກຸນ ໄດ້​ສະແດງ​ຄວາມ​ຂອບ ໃຈຕໍ່ທັງ 2 ພາກສ່ວນ ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ແລະ ຈຳເປັນ​ຂອງ​ກົມ​ກອງ ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ບູລະນະ, ກໍ່ສ້າງກົມ​ກອງ ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່; ປັດຈຸ ບັນ​ກົມ​ກອງ ໄດ້​ອອກແຮງ​ແຂ່ງ ຂັນ​ກັນ​ສ້າງ​ຜົນງານ, ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳ ຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ, ວັນ​ແມ່ຍິງ​ສາກົນ ຄົບຮອບ 115 ປີ ແລະ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 70 ປີ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນ​ຊື່ນ​ຢ່າງ​ຕໍ່​ເນື່ອງ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ