
ກອງຮ້ອຍ 304 ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-03-20 09:05:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1259 | ຄວາມນິຍົມ:
ໃນວັນທີ 12 ມີນາ 2025, ກອງຮ້ອຍ 304 ທີ່ຂຶ້ນກັບກອງພົນທີ 5 ໄດ້ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປັບປຸງລະບຽບແບບແຜນຝຶກຝົນກຳລັງແຮງກາຍ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແກ້ວອຸດອນ ທະວີວັນຈັນເພັງ ຫົວໜ້າພະແນກຕິພິເສດ ຫ້ອງເສນາທິການ ກອງພົນທີ 5, ຄະນະພັກ-ຄະນະບັນຊາ ພະແນກສູ້ຮົບ, ພະແນກອົບຮົມ ກອງພົນທີ 5, ກອງຮ້ອຍ 304 ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ .
ສະຫາຍ ພັນຕີ ສັນຕິ ທັນຄຳພັກ ຫົວໜ້າການທະຫານກອງຮ້ອຍ 304 ໄດ້ຜ່ານແຜນການ ອົບຮົມ-ຫັດແອບ ປະຈຳປີ 2025 ໂດຍປະຕິບັດຕາມທິດທາງ ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ຮັບປະກັນໃຫ້ກົມກອງເຮັດສຳເລັດໜ້າທີ່ ໃນພາລະກິດປົກປັກຮັກສາ ພັດທະນາປະເທດຊາດ ກໍຄື ການປັບປຸງກໍ່ສ້າງໃຫ້ພະນັກງານ-ນັກຮົບ ຢູ່ ກອງຮ້ອຍ 304 ໃຫ້ມີຄວາມຮູ້ ຄວາມສາມາດ ຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບ ຂອງພັກ, ຂອງລັດ, ຂອງກອງທັບໃຫ້ມີຄວາມເຂັ້ມງວດ ແລະ ທັງເປັນການເສີມສ້າງໃຫ້ນາຍ ແລະ ພົນທະຫານ ມີສຸຂະພາບແຂງແຮງ ກຽມພ້ອມເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ. ການອົບຮົມຄັ້ງນີ້ແມ່ນເລັ່ງໃສ່ ພາກທິດສະດີການທະຫານ ແລະ ພາກຫັດແອບຕົວຈິງ ເປັນສຳຄັນ ໃນນີ້, ຈະໄດ້ອົບຮົມຕົວຈິງເປັນເວລາ 180 ວັນ, ພາກການທະຫານ 145 ວັນ, ພາກການເມືອງ 15 ວັນ, ພາກພະລາທິການ 10 ວັນ ແລະ ພາກເຕັກນິກ 10 ວັນ. ທັງນີ້, ເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ ໃຫ້ຮັບຮູ້ເຂົ້າໃຈກ່ຽວກັບບັນດາ ທິດສະດີຫຼັກການຍຸດທະວິທີ ແລະ ສະມັດຕະພາບການປະກອບສ້າງຂອງປືນ ແຕ່ລະຊະນິດ ສາມາດໝູນໃຊ້ໃຫ້ມີຄວາມຊຳນິຊຳນານ ມີຄວາມຄ່ອງແຄ້ວ ມີໄຫວພິກ ຮັບປະກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ສະຫາຍ ພັນໂທ ແກ້ວອຸດອນ ທະວີວັນຈັນເພັງ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕ້ອງໄດ້ເປັນເຈົ້າການ ເອົາໃຈໃສ່ເຂົ້າຮ່ວມ ການຝຶກອົບຮົມຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນ ໂດຍເລັ່ງໃສ່ເອົາຄຸນນະພາບເປັນບັນຫາສຳຄັນ ເພື່ອສ້າງໃຫ້ໄດ້ພະນັກງານ-ນັກຮົບ ທີ່ຮຽນດີ ຮຽນເກັ່ງ; ສຳລັບ ຄູ-ອາຈານ ຕ້ອງໄດ້ສຸມສະຕິປັນຍາເຂົ້າໃນການອົບຮົມໃຫ້ມີຄຸນນະພາບສູງ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ