ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຫົວໜ້າກົມຄຸ້ມຄອງລົດ-ເຮືອ ເຄື່ອນໄຫວເຮັດວຽກ ຢູ່ໂຮງງານປະສານເຫຼົ່າພາກກາງ
ເວລາອອກຂ່າວ: 2025-03-13 11:11:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1269 | ຄວາມນິຍົມ:



ວັນທີ 12 ມີນາ 2025 ນີ້, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກ, ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ຫົວໜ້າຫ້ອງການກົມໃຫຍ່ເຕັກນິກກອງທັບ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ວຽກງານສ້ອມແປງລົດ ຢູ່ໂຮງງານປະສານເຫຼົ່າພາກກາງ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ຫົວໜ້າອໍານວຍການໂຮງງານປະສານເຫຼົ່າພາກກາງ ພ້ອມຄະນະ. ສະຫາຍ ພັນເອກ ສອນວິໄລ ປັນຍາສິດ ໄດ້ລາຍງານສະພາບການເຄື່ອນໂດຍຫຍໍ້, ຜ່ານມາຄະນະພັກ - ຄະນະອໍານວຍການໄດ້ເອົາໃຈໃສ່ນໍາພາ-ຊີ້ນຳຢ່າງໃກ້ຊິດ ເພື່ອຮັບປະກັນເຮັດໃຫ້ພະນັກງານ-ນັກຮົບ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ມືອາຊີບທາງດ້ານວິຊາສະເພາະ, ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມສາມັກຄີພາຍໃນໝູ່ຄະນະຢ່າງໜັກແໜ້ນ, ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ປະຕິບັດໜ້າທີ່ວິຊາສະເພາະສ້ອມແປງລົດ, ສ້ອມແປງອາວຸດ, ຕາມທິດທາງແຜນການຈັດຕັ້ງປະຕິບັດວຽກງານເຕັກນິກປະຈຳປີ ຂອງກົມໃຫຍ່ເຕັກນິກກອງທັບວາງອອກ, ເພື່ອເປັນການກວດກາ ແລະ ປັບປຸງກຳລັງເຕັກນິກຂອງກົມກອງໃຫ້ມີຄວາມເຂັ້ມແຂງ, ມີແບບແຜນທັນສະໄໝ ພ້ອມດຽວກັນນັ້ນໄດ້ລົງຕິດຕາມ ແລະ ກວດກາວຽກງານສ້ອມແປງລົດ. ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ຍ້ອງຍໍຊົມຕໍ່ຜົນງານທີ່ກົມກອງສາມາດຮັບປະກັນໄດ້ດ້ານວຽກງານຮັບປະກັນເຕັກນິກ ແລະ ໃຫ້ທິດຊີ້ນໍາການປະຕິບັດໜ້າທີ່ວຽກງານການສ້ອມແປງລົດ, ສ້ອມແປງອາວຸດ ຮັບປະກັນໃຫ້ແກ່ການອົບຮົມຫັດແອບ ກຽມພ້ອມສູ້ຮົບ, ພ້ອມທັງໄດ້ເນັ້ນໜັກໃຫ້ ຄະນະພັກ - ຄະນະບັນຊາ ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ສາມາດຮັບປະກັນໄດ້ຕາມຄາດໝາຍທີ່ວາງໄວ້, ຮັບປະກັນຄວາມປອດໄພຮອບດ້ານ. ໂດຍ: ຄໍາສຸກ ວິໄລວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ