ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກົມໃຫຍ່ເສນາທິການກອງທັບສະໄໝທີ VII ຮອບທີ 3
ເວລາອອກຂ່າວ: 2025-03-13 10:54:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1123 | ຄວາມນິຍົມ:



ວັນທີ 12 ມີນາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 3, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມເຂົ້າຮ່ວມ. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VI ເຊິ່ງໄລະຍະຜ່ານມາ, ໄດ້ຕີລາຄາໝາກຜົນແຫ່ງການຊີ້ນໍາ-ນໍາພາ ຂອງອົງຄະນະພັກ ກົມໃຫຍ່ເສນາທິການ 5 ປີຜ່ານມາ, ຄະນະພັກພວກເຮົາໄດ້ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ເສນາທິການ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ໂດຍເອົາໃຈໃສ່ເປັນພິເສດການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ຖັນແຖວ ສະມາຊິກພັກໃຫ້ໄດ້ຮັບ ການຄົ້ນຄວ້າ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ກົດລະບຽບຂອງພັກ; ຢັ້ງຢືນໄດ້ວ່າຖັນແຖວສະມາຊິກພັກ ທົ່ວກົມໃຫຍ່ເສນາທິການ ມີຄວາມໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ ມີຄວາມສັດຊື່ບໍລິສຸດ ເປັນແບບຢ່າງນໍາໜ້າ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດລວມຂອງຊາດ, ໄດ້ຢຶດໝັ້ນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກເອົາໃຈໃສ່ປັບປຸງ, ບູລະນະການຈັດຕັ້ງພັກ, ການຈັດຕັ້ງບັນຊາເປັນລະບົບ ແລະ ມີຄວາມເຂັ້ມແຂງ, ປະຈຸບັນ ມີ 22 ຄະນະພັກຮາກຖານ, 31 ໜ່ວຍພັກ, 140 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ທຽບໃສ່ ປີ 2019 ເພີ່ມຂຶ້ນ 5 ໜ່ວຍພັກ, ດ້ານຄຸນນະພາບ: ເອົາໃຈໃສ່ສ້າງກອງຮາກຖານພັກເຂັ້ມແຂງຮູ້ນໍາພາຮອບດ້ານ ທົ່ວຄະນະພັກກົມໃຫຍ່ ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ: ປະເພດແຂງ 550 ໜ່ວຍພັກ, ປະເພດກາງ 102 ໜ່ວຍ. ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງໃຊ້ສິດຂອງຕົນໃນການປ່ອນບັດ ແລະ ມີການໄຈ້ແຍກເບິ່ງທັດສະນະຄວາມຮູ້, ຄວາມ ສາມາດນໍາພາ-ບັນຊາກົມກອງ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ ບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ ເພື່ອແນໃສ່ເຮັດໃຫ້ ການຄັດເລືອກຄະນະພັກຊຸດນີ້ ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບພັກກໍຄືທິດທາງແຜນການ ເຄື່ອນໄຫວກະກຽມກອງປະຊຸມໃຫຍ່ ຄັ້ງທີ VII ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ໄດ້ຮັບໝາກຜົນສູງ. ໂອກາດນີ້, ຜູ້ແທນກອງປະຊຸມໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບສະໄໝທີ VII ຮອບທີ 3 ໄດ້ສໍາເລັດຕາມແຜນການ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ