
ເມືອງຫົງສາ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ IX
ເວລາອອກຂ່າວ: 2025-03-13 10:26:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 826 | ຄວາມນິຍົມ:
ໃນວັນທີ 13 ມີນາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຫົງສາ ຄັ້ງທີ IX ຢູ່ທີ່ ເດີນກິລາຂອງເມືອງ ໂດຍມີ ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານປະຕິວັດອາວຸໂສບໍານານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕຳຫຼວດ, ສະມາຊິກພັກ, ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ, ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນບ້ານເທສະບານເຂົ້າຮ່ວມ.
ສະຫາຍ ພອນສະຫວັນ ໄຊສົມພັນ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຫົງສາ ຄັ້ງທີ IX ບາງຕອນກ່າວວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນລະຫວ່າງວັນທີ11-12 ມີນາ 2025 ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 16 ສະຫາຍ ທີີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ 1.636 ສະຫາຍ, ຍິງ 520 ສະຫາຍ ໃນທົ່ວເມືອງຫົງສາ, ມີບັນດາແຂກທີີ່ມາຈາກພະແນກການອ້ອມຂ້າງແຂວງ, ຕ່າງເມືອງ ແລະ ພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຫົງສາ ຄັັ້ງທີ IX ໄດ້ພ້ອມກັນສະຫຼຸບສັງລວມຄືນຜົນງານທີີ່ສ້າງໄດ້ໃນໄລຍະ 5 ປີຜ່ານມາ ເຊິ່ງຍົກໃຫ້ເຫັນການນໍາພາດ້ວຍຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວອົງຄະນະພັກເມືອງ ເຮັດໃຫ້ເມືອງຫົງສາ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ມີບາດກ້າວຂະຫຍາຍຕົວດີຂຶ້ນ, ເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດຫັນເປັນທັນສະໄໝຢ່າງຕັັ້ງໜ້າ ແລະ ຫັນປ່ຽນໄປຕາມທິດທາງທີີ່ໄດ້ກໍານົດໄວ້. ລວມຍອດມູນຄ່າຜະລິດຕະພັນພາຍໃນບັນລຸ 905,45 ຕື້ກີບ, ສະເລ່ຍໃສຫົວຄົນໄດ້ 28,35 ລ້ານກີບ ຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນີ້: ຂະແໜງກະສິກໍາ ກວມເອົາ 26,59%, ຂະແໜງອຸດສາຫະກໍາ ກວມເອົາ 24,87% ແລະ ຂະແໜງການບໍລິການ ກວມເອົາ 48,54% ຂອງລວມຍອດຜະລິດຕະພັນທັງໝົດ ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2024-2029 ເຊິ່ງມີເນື້ອໃນຕົ້ນຕໍ ດັັ່ງນີ້: ສືບຕໍ່ຢຶດໝັັ້ນສ້າງເມືອງຫົງສາ ໃຫ້ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງທີີ່ໝັັ້ນຄົງ, ມີການພັດທະນາຮອບດ້ານ, ຮັບປະກັນໃຫ້ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຄວາມຢູ່ດີກິນດີ, ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທໍາ ແລະ ມີຄວາມ ສີວິໄລ ພາຍໃຕ້ຄໍາຂວັນທີີ່ວ່າ: “ ສືບຕໍ່ສ້າງເມືອງຫົງສາ ເປັນເມືອງອຸດສາຫະກຳ, ຜະລິດກະສິກຳເພື່ອສະໜອງພາຍໃນ, ສົ່ງເສີມຫັດຖະກຳທີ່ມີມູນເຊື້ອ, ພັດທະນາສີມືແຮງງານ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ”. ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 31 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກເອົາ 27 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຮັບຮອງເອົາສະຫາຍ ພອນສະຫວັນ ໄຊສົມພັນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ແຫຼ້ ອ່ອນສົມບູນ ແລະ ສະຫາຍພົມມາ ພົມມະຫານ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພູວົງ ກອງຊັບ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຂັນແກ້ວ ລິນທອນສີ ແລະ ສະຫາຍ ລຸນ ພວງແກ້ວ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍານວນ 17 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ, ຮັບຟັງການໂອ້ລົມ ຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງໄຊຍະບູລີ.
ພ້ອມນີ້, ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັັ້ງທີ IX ແລະ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການພັດທະນາເມືອງຫົງສາ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັັ້ງ.
ຂໍ້ມູນຈາກ: ຖວທ ເມືອງຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ