ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-02-17 14:20:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1144 | ຄວາມນິຍົມ:



ວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງວຽງຈັນ. ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ພະນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຢູ່ກອງບັນຊາການທະຫານແຂວງວຽງຈັນ. ໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບເສດຖະກິດພົບຄວາມຫຍຸ້ງຍາກສົ່ງຜົນກະທົບໂດຍກົງຕໍ່ວຽກງານ ປກຊ-ປກສ ເເຕ່ເຖິງຢ່າງໃດກໍຕາມພາຍໃຕ້ການຊີ້ນໍາຈາກຄະນະພັກກະຊວງປ້ອງກັນປະເທດ ເເລະ ອົງການປົກຄອງທ້ອງຖິ່ນ ບວກກັບຄວາມບຸກບືນສູ້ຊົນ ຂອງຄະນະພັກຄະນະບັນຊາ, ຄວາມສາມະຄີເປັນຈິດໜຶ່ງໃຈດຽວ ຂອງຄະນະພັກເເຕ່ລະຂັ້ນ ຈຶ່ງເຮັດໃຫ້ບັນດາໜ້າວຽກງານທີ່ໄດ້ຮັບມອບໝາຍຕິດພັນ ກັບ 4 ໜ້າທີ່ໃຫຍ່ 26 ເເຜນງານໄດ້ຮັບການຈັດຕັ້ງປະຕິບັດ ເເລະ ມີຜົນສໍາເລັດຢ່າງສູງ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຕີລາຄາສູງຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພ້ອມກັນສືບຕໍ່ເຮັດວຽກງານຮັບປະກັນສະຖຽນນະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທີ່ຕົນຮັບຜິດຊອບ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ໄປພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ເລມ໋ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ