ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຮອບດ້ານ ຢູ່ອົງການໄອຍະການປະຊາຊົນ ເຂດ 3 ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-02-17 12:04:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 985 | ຄວາມນິຍົມ:



ໃນວັນທີ 14 ກຸມພາ 2025 ນີ້, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຮອບດ້ານ ຢູ່ອົງການໄອຍະການປະຊາຊົນ ເຂດ 3 ແຂວງໄຊຍະບູລີ, ມີຄະນະນຳອົງການໄອຍະການປະຊາຊົນແຂວງໄຊຍະບູລີ, ອົງການໄອຍະການປະຊາຊົນເຂດ 3 ພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະ ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຮອບດ້ານ ຂອງອົງການໄອຍະການປະຊາຊົນ ເຂດ 3 ໃນໄລຍະ 1 ປີຜ່ານມາ ໂດຍຫຍໍ້ຈາກ ທ່ານ ແດງ ມາບຸນຊູ ຫົວໜ້າອົງການໄອຍະການປະຊາຊົນ ເຂດ 3 ແຂວງໄຊຍະບູລີ, ເຊິ່ງອົງການໄອຍະການປະຊາຊົນ ເຂດ 3 ແຂວງໄຊຍະບູລີ ປະກອບມີ 4 ເມືອງ ທີ່ຂຶ້ນກັບຄື: ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເມືອງຄອບ, ມີ 2 ໜ່ວຍງານຄື: ຫ້ອງການບໍລິຫານ ແລະ ໜ່ວຍງານວິຊາການ, ມີພະນັກງານ-ລັດຖະກອນທັງໝົດ 14 ທ່ານ, ຍິງ 7 ທ່ານ (ໃນນີ້, ປະຈຳຢູ່ອົງການໄອຍະການເຂດ ມີ 8 ທ່ານ, ຍິງ 5 ທ່ານ, ປະຈຳຢູ່ເມືອງຊຽງຮ່ອນ 05 ທ່ານ, ຍິງ 1 ທ່ານ, ປະຈຳຢູ່ເມືອງຄອບ 1 ທ່ານ, ຍິງ 1 ທ່ານ). ໃນ 1 ປີຜ່ານມາ, ອົງການໄອຍະການປະຊາຊົນ ເຂດ 3 ໄດ້ຮັບຄໍາຮ້ອງຈໍານວນ 6 ສະບັບ ແກ້ໄຂສໍາເລັດ ເທົ່າກັບ 100 %, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 3 ສະບັບ ເທົ່າກັບ 50 %, ມີຄະດີອາດຊະຍາກຳເກີດຂຶ້ນ 19 ເລື່ອງ, ມີຜູ້ກະທຳຜິດ 20 ຄົນ, ຍິງ 1 ຄົນ, ມາດຕາ 321 ມີ 16 ເລື່ອງ, ມາດຕາ 247 ມີ 1 ເລື່ອງ, ມາດຕາ 231 ມີ 1 ເລື່ອງ, ມາດຕາ 194 ມີ 1 ເລື່ອງ ຖ້າທຽບໃສ່ປີ 2023 ແມ່ນຫຼຸດລົງ 19 ເລື່ອງ ເທົ່າກັບ 44,18 %, ເຂົ້າຮ່ວມກວດຄົ້ນເຄຫະສະຖານຮ່ວມເຈົ້າໜ້າທີ່ 6 ຄັ້ງ, ເຂົ້າຮ່ວມຊັນນະສູດຊາກສົບ 9 ຄັ້ງ, ເຂົ້າຮ່ວມກວດກາອຸບັດຕິເຫດຕາມທ້ອງຖະໜົນນໍາເຈົ້າໜ້າທີ່ 6 ຄັ້ງ, ອອກຄຳສັ່ງກັກຂັງພາງ 97 ສະບັບ, ອອກຄຳສັ່ງຈັບຕົວ 14 ສະບັບ, ອອກຄຳສັ່ງປ່ອຍຕົວຜູ້ຖືກຫາ 2 ສະບັບ, ອອກຄຳສັ່ງຕໍ່ກຳນົດເວລາກັກຂັງພາງ 8 ສະບັບ, ອອກຄຳສັ່ງກວດຄົ້ນ 7 ສະບັບ, ອອກຄຳສັ່ງປ່ອຍຕົວນັກໂທດ 5 ສະບັບ, ອອກຄຳສັ່ງຕໍ່ກຳນົດເວລາສືບສວນ-ສອບສວນ 2 ສະບັບ ພ້ອມນີ້, ຍັງໄດ້ຮັບສຳນວນຄະດີຄະດີອາຍາຈາກອົງການສືບສວນ-ສອບສວນ ຈຳນວນ 24 ເລື່ອງ, ທຽບໃສ່ປີ 2023 ແມ່ນຫຼຸດລົງ 19 ເລື່ອງ ເທົ່າກັບ 44,18%, ໄດ້ແກ້ໄຂ ສັ່ງຟ້ອງ 19 ເລື່ອງ, ປະເດັນຄືນເຈົ້າໜ້າທີ່ 4 ເລື່ອງ, ພວມສືບຕໍ່ແກ້ໄຂ 1 ເລື່ອງ ແລະ ດ້ານວຽກງານອື່ນໆ ກໍມີຜົນສຳເລັດຕາມແຜນການທີ່ວາງໄວ້. ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ສ້າງມາໄດ້ ພ້ອມທັງ, ເນັ້ນໜັກໃຫ້ຄະນະນຳອົງການໄອຍະການປະຊາຊົນ ເຂດ 3 ຈົ່ງໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ ສະມາຊິກພັກ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ມີຈັນຍາບັນ-ຈັນຍາທຳຂອງຕົນ ໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ນຳພາ-ຊີ້ນໍາວຽກງານ ທີ່ພັກ-ລັດມອບໝາຍໃຫ້ສຳເລັດຕາມແຜນການທີ່ວາງໄວ້. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບຄອມພີວເຕີຕັ້ງໂຕະ ຈຳນວນ 2 ຊຸດ ແລະ ເຄື່ອງພິມເອກະສານ ຈຳນວນ 3 ໜ່ວຍ ໃຫ້ອົງການໄອຍະການປະຊາຊົນ ເຂດ 3 ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄວາມສະດວກວ່ອງໄວ ແລະ ທັນສະໄໝ. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ