
ກົມວິທະຍາສາດ-ປະຫວັດສາດ ການທະຫານ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງກອງທັບ
ເວລາອອກຂ່າວ: 2025-02-17 09:28:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 689 | ຄວາມນິຍົມ:
ວັນທີ 13 ກຸມພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງກອງທັບຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.
ສະຫາຍ ພັນໂທ ອູເທບ ພົມມະເທດ ຫົວໜ້າພະແນກການເມືອງ ໄດ້ເຜີຍແຜ່ເອກະສານແຈ້ງການຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບກ່ຽວກັບການກະກຽມສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ປະຈຳປີ 2025 ໂດຍສະເພາະຂະບວນການແຂ່ງຂັນສິລະປະວັນນະຄະດີທົ່ວກອງທັບ ພ້ອມນັ້ນ ຍັງໄດ້ຜ່ານແຈ້ງການຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກະຊວງປ້ອງກັນປະເທດ,ນອກຈາກນີ້ຍັງມີແຈ້ງການກ່ຽວກັບວຽກງານການເງິນ ສະບັບປັບປຸງໃໝ່ຂອງພະແນກການເງິນພ້ອມທັງເຜີຍແຜ່ຂໍ້ຕົກລົງຂອງກົມວ່າດ້ວຍການສັບຊ້ອນປັບປຸງການຈັດຕັ້ງພາຍໃນກົມຈຳນວນໜຶ່ງ.
ໃນພິທີ ສະຫາຍຫົວໜ້າກົມ ຍັງໄດ້ປາຖະກະຖາວັນສ້າງຕັ້ງພັກກອມມູນິດອິນດູຈີນ ຄົບຮອບ 95 ປີ, ທັງນີ້ ກໍເພື່ອເປັນການຈັດຕັ້ງເຊື່ອມຊືມ ແລະ ເຜີຍແຜ່ບັນດາເອກະສານທີ່ສຳຄັນອັນເປັນມູນເຊື້ອປະຫວັດສາດ ແລະ ເອ
ກະສານທີ່ຈະຕ້ອງໄດ້ຜັນຂະຫຍາຍໃຫ້ເຂົ້າກັບໜ້າທີ່ວຽກງານຕົວຈິງ.
ໂດຍ: ສອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ