
ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສຳເລັດບັ້ນເຄື່ອນທັບຊ້ອມຮົບ ນັກຮຽນການທະຫານ ຂັ້ນພື້ນຖານ ຊຸດທີ 11
ເວລາອອກຂ່າວ: 2025-02-17 09:23:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 756 | ຄວາມນິຍົມ:
ໃນວັນທີ 12 ກຸມພາ 2025, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສຳເລັດບັ້ນເຄື່ອນທັບຊ້ອມຮົບນັກຮຽນການທະຫານ ຂັ້ນພື້ນຖານ ຊຸດທີ 11 ສົກຮຽນ 2024-2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລຸນທອງ
ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີສະຫາຍ ພັນໂທ ສີວັນ ລິນພູມີໄຊ ຮອງຫົວໜ້າຫ້ອງອົບຮົມ, ມີຄະ ນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ, ບັນດາ ຄູ-ອາຈານ, ພາກສ່ວນຮັບໃຊ້ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນຕີ ແສງອາລຸນ ເດດຈັນທະລາ ຮອງຫົວໜ້າພະແນກຄູຍຸດທະວິທີ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນຳຕົວຈິງພາກສະໜາມ ໄດ້ສະຫຼຸບສັງເກດຕີລາຄາຄືນຕະຫຼອດໄລຍະການຫັດແອບຊ້ອມຮົບເປັນເວລາ 3 ວັນ, ມີນັກຮຽນທັງໝົດ 100 ສະຫາຍ, ມີ 6 ເນື້ອໃນ ແລະ ແບ່ງອອກເປັນ 4 ໝວດຫັດແອບ; ໃນນີ້ ໄດ້ລົງເລິກໃສ່ລຳດັບການບັນຊາຂອງກອງຮ້ອຍ, ຂັ້ນໝວດ, ໝູ່ ແລະ ໃຫ້ແຕ່ລະຂັ້ນປະຕິບັດຂັ້ນຕອນຄາດກະແຜນການສູ້ຮົບ, ສືບສະໜາມ, ວາງແຜນການຕັດສິນໃຈ ແລະ ແຕ້ມແຜນຮ່າງສູ້ຮົບເທິງແຜນທີ່. ຜ່ານການຫັດ
ແອບເຫັນວ່າ ນັກຮຽນໄດ້ເອົາ ໃຈໃສ່ກຳແໜ້ນສະພາບການ, ກຳແໜ້ນເນື້ອໃນບົດຮຽນເພື່ອມາໝູນໃຊ້ເຂົ້າໃນການຫັດແອບຢູ່ກັບພູມີປະເທດຕົວຈິງໄດ້ດີພໍສົມ
ຄວນ, ການອອກຄຳສັ່ງຈະແຈ້ງ, ຈັງຫວະເຂັ້ມແຂງ, ຜູ້ບັນຊາດຳເນີນວຽກງານຖືກຕ້ອງຕາມລຳດັບບາດກ້າວ ແລະ ພ້ອມກັນປະຕິບັດໄດ້ບັນດາຂໍ້ກຳນົດ, ກົດລະບຽບຕ່າງໆ, ປົກປັກຮັກສາພາຫະນະ-ອາວຸດບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຮັບປະກັນຄວາມປອດໄພໄດ້ 100%,ສາມາດສັງລວມຜົນຂອງການຫັດແອບແຕ່ລະເນື້ອໃນຄື: ອາແລັກປ່າວເຫດ ຕີລາຄາການຫັດແອບໄດ້ 80%, ໝວດທະຫານຮາບເຄື່ອນທັບ-ພັກທັບ ໄດ້ 85%, ໝວດທະຫານຮາບ ປິດລັບຫຼອນຕີ ໄດ້ 90%, ໝວດທະຫານຮາບ ປະທະກັບສັດຕູ ໄດ້ 85%, ໝວດທະຫານຮາບ ບຸກຕີສັດຕູຈັ້ງທ່າ ໄດ້ 90% ແລະ ໝວດທະຫານຮາບ ຈັ້ງທ່າ ໄດ້ 85%, ຕີລາຄາຜົນໄດ້ຮັບລວມຂອງການຫັດແອບໃນຄັ້ງນີ້ ໄດ້ 85%.
ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທຸກພາກສ່ວນທີ່ເຮັດສຳເລັດໜ້າ ທີ່ການເມືອງຂອງຕົນ ແລະ ຮຽກ ຮ້ອງໃຫ້ນັກຮຽນທຸກສະຫາຍ ຈົ່ງສືບຕໍ່ນຳເອົາບົດຮຽນນີ້ ໄປຈັດຕັ້ງຜັນຂະຫຍາຍຮັບໃຊ້ເຂົ້າໃນວຽກງານລວມຂອງກົມກອງສະເພາະໜ້າ ແລະ ຍາວນານໃຫ້ມີຜົນສຳເລັດ ແລະ ເຝິກຝົນຫຼໍ່ຫຼອມຕົນເອງ ຄົ້ນຄວ້າຊອກຮູ້ຮ່ຳຮຽນ ເກັບກຳເນື້ອໃນບົດຮຽນໃຫ້ລະອຽດ ເພື່ອສືບຕໍ່ເຂົ້າບັ້ນສອບ ເສັງຈົບຊັ້ນ ໃຫ້ໄດ້ຄະແນນດີ ຄະ ແນນເກັ່ງຕາມລະດັບຄາດໝາຍ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ