ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ກົມໃຫຍ່ພະລາທິການກອງທັບ ປະກາດການແຕ່ງຕັ້ງຂັ້ນຮອງຫົວໜ້າກົມ
ເວລາອອກຂ່າວ: 2025-02-11 16:04:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2491 | ຄວາມນິຍົມ:



ວັນທີ 11 ກຸມພາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າກົມເສນາພະລາ ແລະ ຮອງຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ, ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ສະໂມສອນກົມໃຫຍ່ພະລາທິການ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ຫ້ອງການ, ກົມກອງອ້ອມຂ້າງເຂດໃຈກາງນະຄອນຫຼວງ ທີ່ຂຶ້ນກັບກົມໃຫຍ່ພະລາທິການ ແລະ ນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ແລະ ພັດທະນາປະເທດຊາດ, ອີງຕາມການສະເໜີ ຂອງກົມໃຫຍ່ພະລາທິການກອງທັບ ແລະ ອີງຕາມການຄົ້ນຄວ້ານໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງຍົກຍ້າຍ ສະຫາຍ ພັນໂທ ພຸດສະດີ ສຸລິນຍະເດດ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ, ຫົວໜ້າພະແນກພະລາທິການ-ເຕັກນິກ ໂຮງໝໍບໍລິເວນ 106 ກອງທັບ ໄປຮັບໜ້າທີ່ໃໝ່, ຍົກຍ້າຍ ສະຫາຍ ພັນເອກ ບຸນຍູ້ ແກ້ວຈະເລີນ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ, ຫົວໜ້າຫ້ອງພະລາທິການ-ເຕັກນິກວິທະຍາຄານການແພດກອງທັບ ໄປຮັບໜ້າທີ່ໃໝ່, ແຕ່ງຕັ້ງ ສະຫາຍ ພັນໂທ ພຸດສະດີ ສຸລິນຍະເດດ ເປັນຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຍູ້ ແກ້ວຈະເລີນ ເປັນຮອງຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ. ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກໍາມະການໜ່ວຍພັກ ໃນນັ້ນ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ປອ ພູວຽງ ດາວັນນາຮັກ ເປັນເລຂາໜ່ວຍພັກ ກົມເສນາພະລາ, ສະຫາຍ ພັນເອກ ປອ ສົມຜິດ ແກ້ວວັນທອງ ເປັນຮອງເລາຂາ, ສະຫາຍ ພັນໂທ ພຸດສະດີ ສຸລິນຍະເດດ ເປັນກໍາມະການໜ່ວຍພັກ ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ແລະ ສະຫາຍ ພັນເອກ ບຸນຍູ້ ແກ້ວຈະເລີນ ເປັນກໍາມະການໜ່ວຍພັກກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກ ແລະ ຊີ້ທິດເຍືອງທາງວຽກງານຫຼາຍຢ່າງທີ່ສໍາຄັນຕໍ່ນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງການປະກາດການແຕ່ງຕັ້ງໜ້າທີ່ໃນຄັ້ງນີ້, ໃຫ້ເຂົ້າໃຈວ່າ ແມ່ນກົດເກນແຫ່ງການຜັນປ່ຽນອັນເກົ່າໝົດໄປ, ອັນໃໝ່ຫັນເຂົ້າມາປ່ຽນແທນ, ທັງແມ່ນກຽດອັນສູງສົ່ງທີ່ສຸດ ເພາະເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ກໍຄືກົມກອງ ເຊິ່ງໄດ້ເພີ່ມກໍາລັງແຮງສັງລວມຂຶ້ນຕື່ມອີກບາດກ້າວໜຶ່ງໃນລະບົບການນໍາພາ-ບັນຊາແຕ່ລະຂັ້ນໃນກົມກອງ, ການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານ ເປັນການບູລະນະປັບປຸງກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາພັດທະນາປະເທດ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກ ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານຢ່າງມີຜົນສໍາເລັດ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຮຽກຮ້ອງໃຫ້ຈົ່ງເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ກໍາແໜ້ນແນວທາງ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ, ມີຄວາມສາມັກຄີພາຍໃໝູ່ຄະນະ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກງານໃຫ້ບຸກຄົນຮັບຜິດຊອບ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການກໍ່ສ້າງກົມກອງໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ