
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-02-11 10:27:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1095 | ຄວາມນິຍົມ:
ວັນທີ 7 ກຸມພາ 2025 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກ ຢູ່ກອງບັນຊາການທະຫານແຂວງວຽງຈັນ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ທອງໄຊ ພັນສະໄໝ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງພະລາທິການ, ຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຫ້ອງພະລາທິການ ເຂົ້າຮ່ວມ.
ສະຫາຍ ພັນເອກ ທອງໄຊ ພັນສະໄໝ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການ ຢູ່ກອງບັນຊາການທະຫານແຂວງວຽງຈັນ ໃນ 1 ປີຜ່ານມາ ເຫັນວ່າມີຜົນສຳເລັດຫຼາຍດ້ານ ທີ່ພົ້ນເດັ່ນ ເປັນຕົ້ນແມ່ນຮັບປະກັນພະລາທິການໃຫ້ແກ່ວຽກງານກຽມພ້ອມສູ້ຮົບໄດ້ທັນກັບເວລາ, ຮັບປະກັນເງິນເດືອນ, ເງິນກິນ, ເງິນຊື້ເຂົ້າໄດ້ຕາມແຜນການ 100%, ສ່ວນຮ່ວງອື່ນໆ ກໍສາມາດເບີກຈ່າຍໄດ້ຕາມແຜນວຽກຂອງກົມກອງ ພ້ອມນີ້, ກໍຮັບປະກັນດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ເສນາຮັກ, ຂົນສົ່ງ, ກໍ່ສ້າງ ແລະ ການຜະລິດ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງສ້າງໄດ້ໄລຍະຜ່ານມາ ແລະ ຍົກໃຫ້ເຫັນສະພາບການລວມ ທັງພາຍໃນ ແລະ ພາຍນອກ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງເອົາໃຈໃສ່ສືບຕໍ່ເຄື່ອນໄຫວສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຊື່ອມຊຶມ ກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນປັບປຸງກໍ່ສ້າງວຽກງານພະລາທິການ, ການແກ້ໄຂຊີວິດການເປັນຢູ່, ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ, ເຮັດວຽກແບບມີຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບ ໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກົມກອງໃຫ້ແໜ້ນແຟ້ນ ມີຄວາມຮັບຜິດຊອບໃນການປົກປັກຮັກສາ, ສ້ອມແປງບູລະນະອາຄານສະຖານທີ່, ຄຸ້ມຄອງໃຫ້ຖືກຕ້ອງຕາມຂໍ້ກຳນົດ ນຳໃຊ້ໃຫ້ມີປະສິດທິຜົນ ໄປຄຽງຄູ່ກັບການປະຕິບັດຕາມທິດ 4 ປູກ 4 ລ້ຽງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ແລະ ຢຶດໝັ້ນນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນເອົາໃຈໃສ່ສ້າງລາຍຮັບເຂົ້າກົມກອງ ດ້ວຍການປູກ-ການລ້ຽງ, ມີວິໄສທັດໃນການນຳໃຊ້ທ່າແຮງຂອງກົມກອງ ເພື່ອປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ.
ການເຄື່ອນໄຫວໃນຄັ້ງນີ້, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຍັງໄດ້ນຳເອົາອຸປະກອນກິລາ ມອບໃຫ້ກອງບັນຊາການທະຫານແຂວງວຽງຈັນ ພ້ອມທັງສ້າງຂະບວນການກິລາຮ່ວມກັນດ້ວຍບັນຍາກາດມ່ວນຊື່ນ ຕື່ມອີກ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ