
ເປີດອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດ ໃຫ້ວິທະຍາໄລ ຮັງທ່າວ ບໍລິຫານທຸລະກິດ ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-02-11 08:59:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3692 | ຄວາມນິຍົມ:
ຫວ່າງບໍ່ດົນຜ່ານມານີ້, ພະ ແນກການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ-ຫັດແອບ ວຽກງານສຶກສາປ້ອງກັນຊາດໃຫ້ວິທະຍາໄລ ຮັງທ່າວ ບໍ ລິຫານທຸລະກິດ ແຂວງໄຊຍະບູ ລີ ປະຈຳປີ 2025, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ເສິກ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ມີ ທ່ານ ນາງ ເສັງ ພອນປະເສີດ ຫົວໜ້າອຳນວຍການ ວິທະຍາ ຮັງທ່າວ ບໍລິຫານທຸລະກິດ ແຂວງໄຊຍະບູລີ, ມີຄະນະຮັບຜິດຊອບ, ຄູ-ອາຈານຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ແສງພະຈິດ ຫົວໜ້າພະແນກການທະຫານທ້ອງຖິ່ນ ຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານແຜນ ການອົບຮົມ-ຫັດແອບ, ເຊິ່ງເນື້ອໃນທີ່ນຳມາອົບຮົມ-ຫັດແອບມີ 11 ວິຊາ ຄື: ອົບຮົມກົດໝາຍວ່າດ້ວຍປ້ອງກັນຊາດ, ຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ຄວາມຮູ້ພື້ນຖານກ່ຽວກັບເຫຼົ່າຮົບໃນກອງທັບປະຊາຊົນລາວ, ເສດຖະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິຊາງົດງາມ, ລະບຽບຮູບແຖວບຸກຄົນມີປືນປະຈຳທີ່ ແລະ ເຄື່ອນທີ່, ຍຸດທະວິທີສວຍໃຊ້ພູມີປະເທດ, ຄຸນຄ່າສະມັດຕະພາບ ການປະ ກອບສ້າງປືນ, ວິທີປົກປັກຮັກສາປືນ, ຫຼັກການພື້ນຖານເລັ່ງປືນ, ຈັງຫວະຍິງປືນ, ຫຼັກການຍິງປືນບົດພື້ນຖານ ແລະ ປະຕິບັດຍິງລູກປືນແທ້.
ສະຫາຍ ພັນໂທ ເສິກ ໄຊຍະພອນ ໄດ້ເນັ້ນໜັກໃຫ້ຄະ ນະຮັບຜິດຊອບ, ຄູ-ອາຈານ ແລະ ນັກສຶກສາ ຈົ່ງພ້ອມກັນເອົາໃຈ ໃສ່ປະຕິບັດແຜນການອົບຮົມ-ຫັດແອບຄັ້ງນີ້ ໃຫ້ຮັບປະກັນຄວາມປອດໄພ 100%, ຄູ-ອາຈານ ຕ້ອງຖ່າຍທອດສົ່ງຄວາມຮູ້ໃຫ້ນັກສຶກສາດ້ວຍຄວາມຮັບຜິດ ຊອບສູງ ເພື່ອເຮັດໃຫ້ນັກສຶກສາກຳໄດ້ທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອເຮັດໃຫ້ ບັ້ນອົບຮົມ-ຫັດແອບຄັ້ງນີ້ໄດ້ຮັບໝາກຜົນດີ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ