
ກົມໃຫຍ່ເຕັກນິກກອງທັບ ຫັດແອບວິຊາລະບຽບງົດງາມ
ເວລາອອກຂ່າວ: 2025-02-11 08:58:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4141 | ຄວາມນິຍົມ:
ໃນທ້າຍເດືອນມັງກອນຜ່ານ ມານີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງຫັດແອບ ວິຊາລະບຽບ ງົດງາມ, ບຸກຄົນເຄື່ອນທີ່ ແລະ ຄົງທີ່, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄຳເສົາ ໄທສົມຈັນ ຮອງຫົວໜ້າພະແນກລະບຽບກົມອົບຮົມກົມໃຫຍ່ເສນາທິການກອງທັບ, ມີບັນດາພະແນກການ ແລະ ພະນັກງານຫຼັກແຫຼ່ງພາຍໃນອົງການກົມໃຫຍ່ ເຂົ້າຮ່ວມ.
ອີງຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດລະບຽບຢູ່ຂັ້ນອົງການ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ອີງຕາມແຈ້ງການຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແນະນຳ ອົບຮົມ-ຫັດແອບວຽກງານເຕັກນິກໃຫ້ ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ປະຈຳປີ 2023, ກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ຈຶ່ງໄດ້ສ້າງແຜນອົບຮົມ-ຫັດແອບ ປະຈຳປີ 2025 ຂອງກົມໃຫຍ່ເຕັກນິກກອງທັບ, ເຊິ່ງວິຊາທີ່ນຳມາຫັດແອບໃນຄັ້ງນີ້ ມີ: ລະບຽບບຸກຄົນມືເປົ່າຄົງທີ່ ແລະ ລະບຽບບຸກຄົນມືເປົ່າເຄື່ອນທີ່. ຈຸດປະສົງ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບກຳແໜ້ນທາງດ້ານລະບຽບຂອງກອງທັບ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະ ບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງຄວາມຮູ້, ຄວາມສາມາດໃນການຊີ້ນຳ-ນຳພາຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງຕົນ, ທັງ ເປັນບ່ອນອີງໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນການຕິດຕາມກວດກາ ແລະ ຕີລາຄາຄຸນນະ ພາບຂອງພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ, ພາຍ ຫຼັງສຳເລັດການຫັດແອບຮໍ່າຮຽນລະບຽບໃນຄັ້ງນີ້ ຈະເຮັດໃຫ້ພະ ນັກງານ-ນັກຮົບໄດ້ຮຽນຮູ້ ແລະ ກຳແໜ້ນກ່ຽວກັບທິດສະດີຫຼັກ ການ ເພື່ອນຳໄປໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານກຽມພ້ອມສູ້ຮົບຂອງກົມກອງໃຫ້ປະກົດຜົນເປັນຈິງ.
ໂດຍ: ນ ບົວທອນ ສຸທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ