ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຄະນະ​ຫ້ອງການ​ກຳມະບານ​ກອງທັບ ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ ປະຫວັດສາດ​ກອງທັບ ແລະ ຫໍ​ພິ​ພິ​ທະ​ພັນ ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2025-02-11 08:52:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2237 | ຄວາມນິຍົມ:



ໃນ​ວັນ​ທີ 6 ກຸມພາ 2025 ນີ້, ຄະນະ​ຫ້ອງການ​ກຳມະບານ​ກອງທັບ ນຳ​ໂດຍ ສະຫາຍ ພັນ​ໂທ ວອນ​ທອງ ພົມມາ​ລາ ຮອງ​ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ ແລະ ຂະ​ບວນ​ການ ຫ້ອງການ​ກຳມະບານ​ກອງທັບ ພ້ອມ​ດ້ວຍ​ສະ ມາຊິກ​ກຳມະບານ ໄດ້​ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ​ປະຊາຊົນ​ລາວ ແລະ ຫໍ​ພິ​ພິ​ທະ​ພັນ ປະທານ ໄກສອນ ພົມວິຫານ. ຈຸດປະສົງ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ (20 ມັງກອນ 1975-20 ມັງກອນ 2025). ພ້ອມ​ດຽວ​ກັນ​ນີ້, ຍັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ຜູ້​ແທນ​ກຳມະບານ​ທົ່ວ​ກອງທັບ ຄັ້ງ​ທີ 6 ແລະ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ, ຄວາມ​ສຳຄັນ ແລະ ເປັນ​ຂະ​ບວນ​ການ​ຢ່າງ​ກວ້າງຂວາງ ພ້ອມ​ນັ້ນ; ກໍ​ເປັນ​ການ​ປູກຝັງ​ໃຫ້​ພະນັກງານ-ນັກຮົບ​ຮຸ່ນ​ສືບ​ທອດ​ໄດ້​ ຫວນຄືນ​ເຖິງ​ເຫດການ​ປະຫວັດສາດ​ລາວ​ໃນ​ແຕ່​ລະ​ໄລຍະ ທີ່​ລະ​ອິດ​ລະ​ອ້ຽວ ໂດຍ​ສະເພາະ​ແມ່ນ​ການ​ກຳເນີດ, ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນ​ລາວ ຜ່ານ​ການ​ຊົມ​ຟີມຮູບເງົາ, ຮູບ​ພາບ, ວັດຖຸ​ພັນ, ເອກະສານ​ຕ່າງໆ ທີ່​ໄດ້​ຈັດ​ວາງ​ປະກອບ​ກັບ​ການ​ບັນຍາຍ ຂອງ​ຜູ້ນຳ​ທ່ຽວ ເຮັດ​ໃຫ້​ສະມາຊິກ​ກຳມະບານ ພະນັກງານ-ນັກຮົບ ເຊື່ອມ​ຊຶມ​ກຳ​ແໜ້ນ, ສຶກ​ສາ​ເອົາ​ແນວ​ຄິດ​ຄຸນສົມບັດ ສິນ​ທຳ​ປະຕິວັດ, ໃຫ້​ມີ​ນ້ຳໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ ແລະ ເຊື່ອມ​ຊຶມ​ບົດຮຽນ​ທາງ​ປະຫວັດສາດ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ການເມືອງ​ຕົວ​ຈິງ​ຂອງ​ຕົນ ໃຫ້​ມີ​ຜົນສຳເລັດ​ໃນ​ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ລະບຽບ​ແບບແຜນ​ທັນ​ສະໄໝ ກໍ​ຄື​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ຮຸ່ງເຮືອງ​ສີວິໄລ​ຕະຫຼອດ​ໄປ. ໂດຍ: ສຸກ​ສົງການ ຫຼ້າ​ບຸນ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ