ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ນັກ​ເຝິກອົບຮົມ​ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ ສຸມ​ໃສ່​ຄົ້ນຄວ້າ​ຍາດ​ເອົາ​ປະສົບ​ການ ການ​ຮຽນ-ການ​ສອນ
ເວລາອອກຂ່າວ: 2025-02-11 08:51:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2128 | ຄວາມນິຍົມ:



ວັນ​ທີ 10 ກຸມພາ ນີ້, ຄະນະ​ກຳມະການ ກອງ​ເລຂາ ແລະ ວິຊາ​ການ ນຳ​ໂດຍ ສະຫາຍ ພັນ​ໂທ ຄຳ​ພັນ ອິນ​ລາ​ວົງ ຫົວໜ້າ​ພະ​ແນກ​ວັດຖຸ ກົມ​ໂຮງຮຽນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ເຄື່ອນ​ໄຫວ​ຕິດຕາມ ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນ ຂອງ​ນັກ​ເຝິກອົບຮົມ ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ ຢູ່​ທີ່ ວິທະຍາໄລ​ຄູ​ສະຫວັນ​ນະ​ເຂດ. ຜ່ານ​ການ​ອົບຮົມ​ໃນ​ໄລຍະ 4-5 ວັນ​ຜ່ານ​ມາ, ສັງເກດ​ເຫັນ​ວ່າຄູ-ອາຈານ​ໄດ້​ຄົ້ນຄວ້າ, ເລືອກເຟັ້ນ​ເອົາ​ບົດຮຽນ​ທີ່​ດີ​ອັນ​ໃໝ່​ມາ​ສອນ, ສ່ວນ​ນັກ​ເຝິກອົບຮົມ ໄດ້​ປະຕິບັດ​ຕາມ​ການ​ແນະນຳ ຂອງ​ຄູ-ອາຈານ ຢ່າງ​ເອົາໃຈໃສ່, ດຸໝັ່ນ​ ໃນການ​ຄົ້ນຄວ້າ​ຮ່ຳຮຽນ ຮັກສາ​ໄດ້​ລະບຽບ​ວິໄນ ແລະ ໂມງ​ເວລາ​ໃນການເຝິກ​ຢ່າງ​ເຂັ້ມ​ງວດເຮັດ​ໃຫ້ການ​ປະ​ເມີນ​ຄວາມ​ສາມາດ, ຄວາມ​ຮູ້, ຄວາມ​ເຂົ້າໃຈ, ວິທີ​ການ, ຂັ້ນ​ຕອນ​ເຕັກນິກ ການ​ຮຽນ-ການ​ສອນ ໃນ​ບັ້ນ​ເຝິກອົບຮົມ​ຄັ້ງ​ນີ້ ບັນລຸ​ໄດ້​ຕາມ​ລະດັບ​ຄາດໝາຍ. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ໂທ ຄຳ​ພັນ ອິນ​ລາ​ວົງ ໄດ້​ສະ ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຄູ-ອາຈານ ແລະ ນັກ​ເຝິກອົບຮົມ​ທຸກ​ສະຫາຍ ທີ່​ພ້ອມ​ກັນ​ປະຕິບັດ​ຄຳ​ສັ່ງ​ແນະນຳ​ຂອງ​ຂັ້ນ​ເທິງ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ແຕ່​ລະ​ພາກ ສ່ວນ ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ຕົນ, ພ້ອມ​ກັນ​ສູ້​ຊົນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ