ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 21 ມີນາ 2025

  

ຫໍພິພິທະພັນປະຫວັດສາດກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-10 16:42:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1242 | ຄວາມນິຍົມ:



ໃນວັນທີ 6 ກຸມພາ 2025 ນີ້, ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ກຳມະການພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າກົມໂຄສະນາອົບຮົມ, ມີຄະນະພັກ - ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວຫໍພິພິທະພັນປະຫວັດສາດກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ວຽງຄຳ ແນວຮັກພູມສະໄໝ ຮອງອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບຫໍພິພິທະພັນປະຫວັດສາດກອງທັບ ກົມໃຫຍ່ການເມືອງກອງທັບ ອີງຕາມກົດໝາຍ ນາຍທະນາຍ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມ ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ.ກົມໃຫຍ່ກົມການເມືອງກອງທັບ ຕົກລົງແຕ່ງຕັ້ງ ພັນໂທ ນາງ ພວງມະລີ ແກ້ວມະນີວົງ ເປັນຫົວໜ້າພະແນກວິຈິດຕະກຳ ແລະ ສະຫາຍ ພັນໂທ ອຸດົມພອນ ເພັດໂພສີ ເປັນຮອງຫົວໜ້າພະແນກວິຈິດຕະກຳ. ຈາກນັ້ນ, ສະຫາຍ ພັນໂທ ສີສຸມັງ ມີໄຊຜົມ ຫົວໜ້າອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ໄດ້ຜ່ານບົດສະຫຼຸຸບວຽກງານຮອບດ້ານ ປະຈຳປີ2024 ແລະ ວາງທິດທາງແຜນການ ປີ 2025, ຕະຫຼອດ 1 ປີຜ່ານມາ ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ປັບປຸງກົມກອງ ໂດຍຖືເອົາພະແນກ ແລະ ຈຸພັກເປັນຫຼັກ ເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື່ນຖານ, ໄດ້ຈັດຕັ້ງລະບອບປະຈຳການ 24 ຊົ່ວໂມງ ກຽມພ້ອມສູ້ຮົບ ເຊິ່ງຈຸໜຶ່ງ ປະກອບມີ 2 ສະຫາຍ ແລະ ໄດ້ສົມທົບກັບອ້າຍນ້ອງປ້ອງກັນ ຕິດຕາມເວນຍາມບໍລີເວນທີ່ຕັ້ງໃນຂອບເຂດຄວາມຮັບຜິດຊອບ ເປັນປົກກະຕິ ແລະມີຄວາມສະຫງົບປອດໄພ 100%, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ ພະນັກງານ-ນັກຮົບໃນກົມກອງເປັນປົກກະຕິ, ຈັດຕັ້ງເຂົ້າຮ່ວມຫັດແອບການທະຫານຍິງເປົ້າໝາຍດ້ວຍລູກປືນແທ້, ເຂົ້າຮ່ວມຂະບວນການແຂ່ງຂັນກິລາສະໝັກຫຼິ້ນ ນຳກົມໃຫ່ຍການເມືອງກອງທັບ, ຈັດຕັ້ງພະນັກງານ ເຂົ້າຮ່ວມເຊື່ອມຊຶມເອກະສານມະຕິຕ່າງ ແລະ ເຂົ້າຮ່ວມຮັບຟັງປາຖະກະຖາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບໄດ້ຢ່າງກວ້າງຂວາງ. ໂອກາດນີ້, ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມໃຫ້ສືບຕໍ່ສາສຶກອົບຮົມການເມືອງ-ນຳພາແນວຄິດ ຄຸນສົມບັດ ແລະ ສິນທຳປະຕິວັດ,ວຽກງານປ້ອງກັນພາຍໃນ, ວຽກງານກໍ່ສ້າງພະນັກງານ ເພື່ອໃຫ້ກາຍເປັນພະນັກງານສືບທອດທີ່ດີກົມກອງ. ໂດຍ: ວຽງໄຊ ຄູນວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ