
ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2025-02-04 15:38:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 683 | ຄວາມນິຍົມ:
ວັນທີ 30 ມັງກອນ 2025 ນີ້, ສະຫາຍ ພົນຕີ ກຣາຍເຢັບ ເດິມິດຕຣີ ຫົວໜ້າຫ້ອງການ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມຄຸ້ມຄອງລົດ-ເຮືອ, ກົມເສນາເຕັກນິກ, ກົມພົວພັນຕ່າງປະເທດ, ກົມລົດຕັງ-ຍານເກາະ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໂດຍໃຫ້ການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບົວວັນ ພົມມະເພັງ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ລາຍງານໂດຍຫຍໍ້, ຍົກໃຫ້ເຫັນຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ຂອງໂຮງຮຽນຕັ້ງທັບ, ເຊິ່ງໃຕ້ການ ນຳພາ-ຊີ້ນຳໂດຍກົງຮອບດ້ານ ຂອງກະຊວງປ້ອງກັນປະເທດ ແລະ ເປັນເສນາທິການໃຫ້ແກ່ກົມໃຫຍ່ເສນາທິການກອງທັບ ໃນການກໍ່ສ້າງພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນສຶກສາອົບຮົມ, ສິດສອນ, ສົ່ງຄວາມ
ຮູ້, ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ແກ່ນັກຮຽນທັງ 3 ລະບົບຄື: ກໍ່ສ້າງນາຍສິບ ລະບົບ 1 ປີ, ບຳລຸງການທະຫານ ລະບົບ 6 ເດືອນ ແລະ ບຳລຸງວັດທະນະທຳຕາມໂຄງການຫຼັກສູດທີ່ກະຊວງປ້ອງກັນປະເທດ ກໍຄືກະຊວງສຶກສາທິການ ແລະ ກິລາ ວາງອອກ ຖືກຕ້ອງກັບແນວທາງການເມືອງ, ການທະຫານຂອງພັກ ແລະ ທັງເປັນການກໍ່ສ້າງນາຍທະຫານຮຸ່ນສືບທອດ ເພື່ອຕອບສະໜອງໃຫ້ກຳລັງປະກອບອາວຸດໃນກຳລັງຫຼວງ ແລະ ກຳລັງທ້ອງຖິ່ນທົ່ວປະເທດ.
ສະຫາຍ ພົນຕີ ກຣາຍເຢັບ ເດິມິດຕຣີ ໄດ້ກ່າວຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອເປັນການພົບປະແລກປ່ຽນຖອດຖອນບົດຮຽນ ດ້ານພາຫະນະເຕັກນິກທີ່ນຳເຂົ້າຈາກ ສ ຣັດເຊຍ ນຳໃຊ້ເຂົ້າໃນວຽກງານຮັບປະກັນທີ່ປິ່ນອ້ອມວຽກງານລວມຂອງກົມກອງ ໂດຍສະເພາະແມ່ນການອົບຮົມ-ຫັດແອບ ການຮຽນ-ການສອນ ໃນແຕ່ລະຊຸດໃຫ້ໄດ້ຮັບຜົນດີ, ທັງຮັບປະກັນຄວາມປອດໄພ 100% ພ້ອມທັງ ສະແດງຄວາມຢື້ຢາມຖາມຂ່າວ ແລະ ຍ້ອງຍໍຊົມເຊີຍ ມາຍັງຄະນະພັກ-ຄະນະບັນຊາ ທຸກຂັ້ນໃນການປະຕິບັດໜ້າທີ່ວຽກງານລວມຂອງກົມກອງ, ພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີສະຕິກຽມພ້ອມສູ້ຮົບ ແລະ ປົກປັກຮັກສາພາຫະນະເຕັກນິກໃຫ້ນຳໃຊ້ໄດ້ຍາວນານຮັບປະກັນໃນການອົບຮົມ-ຫັດແອບໃຫ້ບັນລຸຕາມແຜນການ. ພ້ອມນັ້ນ, ສະຫາຍຍັງໄດ້ມອບໃບຊົມເຊີຍ ແລະ ກະຕ່າຂອງຂວັນໃຫ້ຄະນະພັກ-ຄະນະອຳນວຍໂຮງຮຽນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຕື່ມອີກ.
ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຕີ ກຣາຍເຢັບ ເດິມິດຕຣີ ເຊິ່ງເປັນຄັ້ງປະຫວັດສາດທີ່ສະຫາຍໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນກໍ່ສ້າງນາຍສິບ ເລກ 1 ແລະ ສືບຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງຊາດ ສປປ ລາວ - ສ ຣັດເຊຍ ໃຫ້ມີຄວາມໜັ້ນຄົງທະນົງແກ່ນ ເພື່ອກ້າວໄປສູ່ການຮ່ວມມືຍຸດທະສາດຮອບດ້ານເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ ແລະ ຄວາມສາມັກຄີໃຫ້ນັບມື້ນັບງອກງາມຂຶ້ນ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ