
ກົມພົວພັນຕ່າງປະເທດ ສະຫຼຸບວຽກງານຮອບດ້ານປະຈຳປີ 2024
ເວລາອອກຂ່າວ: 2025-02-04 11:50:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 676 | ຄວາມນິຍົມ:
ໃນວັນທີ 4 ກຸມພາ 2025 ນີ້, ກົມພົວພັນຕ່າງປະເທດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະກົມ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ວັນສົມ ສົມມົງຄຸນ ຮອງຫົວໜ້າກົມພົວພັນຕ່າງປະເທດ ໄດ້ຍົກໃຫ້ເຫັນວຽກງານທີ່ເຮັດໄດ້ໃນໄລຍະ 1 ປີຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນສໍາຄັນ ຮັບປະກັນເຮັດໃຫ້ພະນັກງານກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດກົດໝາຍຂອງລັດ ແລະ ຂໍ້ກໍານົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ; ຂົງເຂດວຽກງານວິຊາສະເພາະໄດ້ເປັນເສນາທິການໃຫ້ຄະນະນໍາກະຊວງປ້ອງກັນປະເທດ ດ້ານວຽກງານການພົວພັນຮ່ວມມື ແລະ ພິທິການ, ຊີ້ນໍາແຕ່ລະພະແນກການ ເຮັດສໍາເລັດໜ້າທີ່ການເມືອງ ແລະ ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ອັນພົ້ນເດັ່ນແມ່ນການພົວພັນຮ່ວມມືກັບຕ່າງປະເທດແລກປ່ຽນຄະນະຜູ້ແທນ, ວິຊາການໄປຕ່າງປະເທດມີທັງໝົດ 65 ຄະນະ ແລະ ຄະນະຜູ້ແທນ, ວິຊາການຕ່າງປະເທດ ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກອງທັບປະຊາຊົນລາວ 73 ຄະນະ, ໄດ້ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຟີລິບປິນ, ສັນຍາ ວ່າດ້ວຍການຮ່ວມມືທາງດ້ານການທະຫານ ກັບ ກະຊວງປ້ອງກັນປະເທດ ສ ຣັດເຊຍ, ສປ ຈີນ ແລະ ອິນເດຍ ພ້ອມນັ້ນ, ຍັງໄດ້ມີການແລກປ່ຽນຊ່ຽວຊານຕ່າງປະເທດທີ່ມາປະຈໍາຢູ່ ສປປ ລາວ, ມີນັກຮຽນນາຍທະຫານ ກອງທັບປະຊາຊົນລາວ ທີ່ກໍາລັງສຶກສາຢູ່ ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ, ຍີ່ປຸ່ນ, ກຳປູເຈຍ, ມຽນມາ, ອົດສະຕຣາລີ ແລະ ອິນໂດເນເຊຍ ທັງໝົດ 2.137 ຄົນ; ໄດ້ຈັດສົ່ງພະນັກງານໄປເຝິກອົບຮົມຢູ່ຕ່າງປະເທດ ຈຳນວນ 1.449 ເທື່ອຄົນ; ວຽກງານດ້ານມະນຸດສະທໍາໃນການຊອກຫາສິ່ງເສດເຫຼືອ ຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ປັດຈຸບັນໄດ້ມີການຂຸດຄົ້ນ ແລະ ພິສູດໄດ້ແລ້ວ ຈໍານວນ 288 ຊິ້ນສ່ວນ, ຍັງເຫຼືອ 285 ຊິ້ນສ່ວນທີ່ກໍາລັງຂຸດຄົ້ນໃນຈໍານວນທັງໝົດ 573 ຊິ້ນສ່ວນ ພ້ອມນັ້ນ, ຍັງໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 18 ພາຍໃຕ້ຄໍາຂວັນ: ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ, ກອງປະຊຸມອາຊຽນ-ບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ ຈໍານວນ 24 ກອງປະຊຸມ ແລະ ຈັດກອງປະຊຸມທາງໄກ 4 ຄັ້ງ, ເຝິກອົບຮົມ ແລະ ສຳມະນາໃຫ້ວິຊາການຂັ້ນຕ່າງໆ ຈໍານວນ 44 ຄັ້ງ ມີຜົນສໍາເລັດອັນຈົບງາມ.
ໂອກາດດຽວກັນນີ້, ຍັງໄດ້ ມອບ-ຮັບ ໜ້າທີ່ ຫົວໜ້າກົມພົວພັນຕ່າງປະເທດ ລະຫວ່າງ ສະຫາຍ ພົນຈັດຕະວາ ບຸນເດື່ອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ວົງໄຊ ອິນທະຄຳ ຫົວໜ້າກົມພົວພັນຕ່າງປະເທດ (ຜູ້ໃໝ່) ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ