
ຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-04 10:31:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:
ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປະຈໍາປີ 2025 ຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນຂອງກອງບັນຊາການ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກກອງບັນຊາການ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນຫ້ອງເສນາທິການ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາປານ ອິນທໍາມະລັດ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ພ້ອມທັງຕີລາຄາການບັນຊາ-ນຳພາ ຂອງຄະນະພັກ-ຄະນະບັນຊາຫ້ອງເສນາທິການ ໃນໄລຍະ 1 ປີຜ່ານມາ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຄະນະພັກ-ຄະນະບັນຊາຫ້ອງເສນາທິການ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ມິີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສາມາດເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານ-ນັກຮົບສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການມອບໝາຍໃນແຕ່ລະຂັ້ນ, ແຕ່ລະຂົງເຂດວຽກງານ ເປັນຕົ້ນ ໄດ້ສຸມໃສ່ວຽກປັບປຸງກໍ່ສ້າງກຳລັງ, ກໍ່ສ້າງພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ ເຫັນວ່າມີຜົນສຳເລັດ, ຈັດຕັ້ງລະບົບປະຈຳການ 4 ຂັ້ນຕະຫຼອດ 24 ຊົ່ວໂມງ, ເປັນເຈົ້າການປົກປັກຮັກສາຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ ໃນນີ້, ໄດ້ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ແກ້ໄຂໄດ້ຢ່າງທັນເວລາ, ຈັດຕັ້ງກຳລັງເຄື່ອນໄຫວຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ບ້ານ, ເປີດອົບຮົມການສ້າງກຸ່ມບ້ານຕິດລຽນໄດ້ 1 ຊຸດ, ເປີດການຮຽນ-ການສອນວຽກງານສຶກສາປ້ອງກັນຊາດໃຫ້ໂຮງຮຽນວິຊາຊີບໄດ້ 1 ແຫ່ງ ມີຈໍານວນເຂົ້າຮ່ວມ 451 ຄົນ, ນຳໃຊ້ກຳລັງ 45 ສະຫາຍ, ລົດເຊອາ 5 ຄັນ ໄປຊ່ວຍເຫຼືອນໍ້າຖ້ວມແຂວງຫຼວງນໍ້າທາ, ເຄື່ອນໄຫວກວດກາລາດຕາເວນເສັ້ນຊາຍແດນ-ຫຼັກໝາຍຊາຍແດນ 14 ຄັ້ງ, ນຳໃຊ້ກຳລັງ 98 ສະຫາຍ, ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຕ່າງໆ ຂອງພັກ, ຂອງຊາດ ຈຳນວນ 3 ຄັ້ງ ມີຜູ້ເຂົ້າຮ່ວມ 210 ສະຫາຍ, ເປີດອົບຮົມການທະຫານ, ການເມືອງ ແລະ ພະລາທິການເຕັກນິກ ປະຈຳປີ 2024, ເປີດອົບຮົມທະຫານໃໝ່ ປະຈຳສົກ 2023-2024 ມີຈຳນວນພົນເຂົ້າຮ່ວມ 100 ສະຫາຍ. ນອກຈາກນີ້, ຄະນະພັກ-ຄະນະບັນຊາໄດ້ຊີ້ນຳພະນັກງານ-ນັກຮົບເອົາໃຈໃສ່ໃນການປູກຝັງ-ລ້ຽງສັດຕາມລະດູການ ເພື່ອສ້າງເປັນພະລາທິການກັບທີ່ຕາມທ່າແຮງຂອງກົມກອງ. ຈາກນັ້ນ, ພະນັກງານ-ນັກຮົບ ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ເປັນເອກະສັນຮັບຮອງເອົາທິດທາງແຜນການໃນປີຕໍ່ໜ້າ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານ-ນັກຮົບທົ່ວຫ້ອງເສນາທິການ ສ້າງມາໄດ້ຕະຫຼອດໄລຍະ 1 ປີ ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ພະນັກງານ-ນັກຮົບທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກກະພາບໃນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຈັດຕັ້ງລະບົບປະຈຳການ 4 ຂັ້ນຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ໃນການເຄື່ອນໄຫວປ້ອງກັນເວນຍາມຂອບເຂດກົມກອງຮັບຜີດຊອບໃຫ້ມີຄວາມສະຫງົບປອດໄພ, ຕ້ານສະກັດກັ້ນປະກົດການຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕັ້ງໜ້າອອກແຮງປັບປຸບກໍ່ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີແບບແຜນທັນສະໄໝ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ