ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄໍາໄຊ
ເວລາອອກຂ່າວ: 2025-02-03 15:44:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 684 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຄັ້ງທີ 15 ສະໄໝທີ V ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນລະຫວ່າງວັນທີ 30-31 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຮອງເລຂາຄະນະພັກກອງບັນຊາການ, ຄະນະພັກກອງບັນຊາການ, ອົງການ 5 ຫ້ອງ ແລະ ຄະນະພັກ-ຄະນະບັນຊາບັນດາກົມກອງ ໃນທົ່ວທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ກ່າວເປີດກອງປະຊຸມ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 18 ສະ ໄໝທີ VII. ຈາກນັ້ນ, ສະຫາຍ ພັນເອກ ຄໍາແພນ ວິລື້ທໍາ ກໍາມະການພັກແຂວງ, ຮອງເລຂາຄະນະພັກ, ຫົວໜ້າການທະການ ໄດ້ຜ່ານມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກກອງບັນຊາການ ທະຫານແຂວງບໍລິຄຳໄຊ ຄັ້ງທີ 14 ສະໄໝທີ V. ສະຫາຍ ພັນໂທ ບຸນຍັງ ລໍສິມມາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ ໄດ້ຜ່ານບົດສະຫຼຸບການນໍາພາວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ຜ່ານມາຄະນະພັກ-ຄະບັນຊາກອງບັນຊາການ ໄດ້ນຳພາ-ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນທົ່ວທະຫານແຂວງ ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກໄດ້ເປັນຢ່າງດີ, ສາມາດເຮັດໃຫ້ສະພາບໃນທົ່ວແຂວງມີຄວາມສະຫງົບ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາດີຂຶ້ນ. ໃນນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຂອງຕົນເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບ ຂອງກອງທັບໄດ້ເປັນຢ່າງດີ, ຕິດຕາມກໍາແໜ້ນສະພາບການເຄື່ອນໄຫວບັນດາເປົ້າໝາຍ ຈຸດຫຼໍ່ແຫຼມຕ່າງໆເປັນປະຈຳ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມມູນເຊື້ອຂອງກອງທັບ, ຈັດຕັ້ງກຳລັງອອກເຄື່ອນໄຫວໃນຂອບເຂດຮັບຜິດຊອບເປັນປົກກະຕິຕໍ່ເນື່ອງ, ນໍາພາ-ຊີ້ນໍາ ແຕ່ລະກົມກອງຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ດ້ານວຽກງານພະລາທິການ-ເຕັກນິກ, 1 ປີຜ່ານມາ ທົ່ວທະຫານແຂວງປູກເຂົ້າໃນເນື້ອທີ່ 10 ເຮັກຕ່າເກັບກູ້ໄດ້ 27 ໂຕນ, ມີເຮືອນຮົ່ມ 35 ຫຼັງ ປູກຜັກໃນເຮືອນຮົ່ມ ແລະ ພືດ-ຜັກລົ້ມລຸກຕ່າງໆ ຕາມລະດູການໄດ້ 40 ກວ່າໂຕນ, ບົວລະບັດຕົ້ນໄມ້ອຸດສາຫະກຳທີ່ມີຢູ່ແລ້ວ 26.000 ຕົ້ນ, ປູກຢາງພາລາ ເພີ່ມອີກ 10.000 ກວ່າຕົ້ນ ແລະ ບົວລະບັດໄມ້ໃຫ້ໝາກ, ໄມ້ປະດັບ ແລະ ປູກເພີ່ມອີກຈຳນວນໜຶ່ງ, ລ້ຽງງົວໄດ້ 737 ໂຕ, ໝູ 99 ໂຕ, ແບ້ 280 ໂຕ, ສັດປີກ 3.700 ກວ່າໂຕ, ມີໜອງປາ 47 ໜອງ ປ່ອຍປາແລ້ວ 45.000 ໂຕ, ລ້ຽງກົບ 35 ອ່າງ ມີກົບ 23.000 ໂຕ. ນອກນັ້ນ, ກໍໄດ້ກໍ່ສ້າງ, ສ້ອມແປງເຄຫາສະຖານຕາມແຜນການທີ່ກຳນົດເອົາໄວ້, ບົວລະບັດຜັດເຊັດ ແລະ ສ້ອມແປງພາຫະນະເຕັກນິກ-ອາວຸດລູກກະສຸນ ແລະ ເບີກຈ່າຍອາວຸດ-ລູກກະສຸນໃຫ້ບັນດາກົມກອງໄດ້ຕາມແຜນການ, ຮັບເຄື່ອງອາໄຫຼ່ລົດຈາກຂັ້ນເທິງ 14 ລາຍການ ລວມມູນຄ່າ 321 ລ້ານກວ່າກີບ, ເບີກຈ່າຍອາໄຫຼ່ລົດໃຫ້ບັນດາກົມກອງ 19 ລາຍການ ລວມມູນຄ່າ 80 ລ້ານກວ່າກີບ, ສ້ອມແປງລົດຂັ້ນເບົາໄດ້ 5 ຄັນ ມູນຄ່າ 37 ລ້ານກີບ, ສ້ອມແປງກາງໄດ້ 1 ຄັນ ມູນຄ່າ 14 ລ້ານກວ່າກີບ, ກວດກາສ້ອມແປງແກ້ໄຂລົດທີ່ບໍ່ໄດ້ໄລ່ມູນຄ່າໄດ້ 10 ຄັນ, ກວດກາສ້ອມແປງລົດ-ເຮືອລາດຕະເວັນນອກສະຖານທີ່ໄດ້ 2 ຄັ້ງ. ສັງລວມແລ້ວ ໃນ 1 ປີຜ່ານມາ, ທົ່ວທະຫານແຂວງໄດ້ສູ້ຊົນສ້າງພື້ນຖານໂຄງລ່າງຕ່າງໆ ແລະ ການຜະລິດກະສິກຳ-ການບໍລິການ ເພື່ອສ້າງແຫຼ່ງລາຍຮັບເຂົ້າກົມກອງໄດ້ທັງໝົດ 3 ຕື້ກວ່າກີບ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ