ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ສະຫຼຸບຖອດຖອນບົດຮຽນ ວຽກງານພະລາທິການ ແລະ ການເງິນ ທົ່ວກອງທັບ ປະຈຳປີ 2024
ເວລາອອກຂ່າວ: 2025-02-03 15:26:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 847 | ຄວາມນິຍົມ:



ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ວຽກງານພະລາທິການ ແລະ ການເງິນ ທົ່ວກອງທັບ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່ເຮັດວຽກງານພະລາທິການ- ການເງິນ ຈາກບັນດາກົມກອງກໍາລັງຫຼວງ-ກໍາທ້ອງຖິ່ນທົ່ວກອງທັບ ເຂົ້າຮ່ວມ. ສະຫາຍ ພັນເອກ ພູວຽງ ດາວັນນາຮັກ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບວຽກງານພະລາທິການທົ່ວກອງທັບ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານພະລາທິການ ໃນປີ 2024 ຜ່ານມາ, ສາມາດຮັບປະກັນໃຫ້ແກ່ການເຄື່ອນໄຫວ, ອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບຕາມແຜນການປະຈໍາປີ, ໄດ້ຈັດຕັ້ງຮັບປະກັນຢ່າງຄົບຖ້ວນ, ທັນເວລາ ດ້ານວັດຖຸ, ພາຫະນະຮັບໃຊ້, ວຽກງານຮັບປະກັນຊີວິດການເປັນຢູ່ການຈັດຕັ້ງລ້ຽງດູທັບ ສາມາດຮັບປະກັນດ້ານສະບຽງອາຫານ, ການຈັດຕັ້ງກິນດື່ມລວມໝູ່, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ວຽກງານຄຸ້ມຄອງທີ່ດິນ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ, ໄດ້ສຸມໃສ່ປັບປຸງບາງຫົວໜ່ວຍການຜະລິດຢ່າງຮອບດ້ານ ຕາມທິດຫັນໄປສູ່ການຜະລິດແບບໄລ່ລຽງ, ສາມາດຈັດຊື້ເຂົ້າໄດ້ຕາມແຜນການ ໃນຈໍານວນ 28.882 ກວ່າໂຕນ ສາມາດກຸ້ມກິນໝົດປີ, ຊີ້ນກິນຮັບປະກັນໄດ້ 120-150 ກຣາມຕໍ່ຄົນຕໍ່ວັນ, ຜັກກິນ 300 ກຣາມຕໍ່ຄົນຕໍ່ວັນຂຶ້ນໄປ, ມີເຮືອນຄົວ-ເຮືອນນອນ ທັງໝົດ 1.901 ຫຼັງ, ມີນັກປຸງແຕ່ງ 2.924 ຄົນ, ທົ່ວກອງທັບ ມີສິ່ງປຸກສ້າງທັງໝົດ 12.941 ຫຼັງ ໃນນີ້: ສິ່ງປຸກສ້າງຖາວອນ 8.254 ຫຼັງ (ເພີ່ມຂຶ້ນ 20,8%), ເຄິ່ງຖາວອນ 3.005 ຫຼັງ (ຫຼຸດລົງ 7,2%) ແລະ ເຮືອນຊົ່ວຄາວ 1.682 ຫຼັງ (ຫຼຸດລົງ 12,3%), ຫົວໜ່ວຍການຜະລິດກະສິກຳ ຂອງກະຊວງ ໄປຕາມທິດການໄລ່ລຽງເສດຖະກິດ ແລະ ຍົກສູງຄຸນນະພາບ ຂອງການຜະລິດຂຶ້ນຕື່ມ ເຊັ່ນ: ກອງຜະລິດຄົບວົງຈອນເລກ 1, ກອງຜະລິດເລກ 2 ແລະ ເລກ 3 ສາມາດສ້າງລາຍຮັບຈາກການປູກຝັງ, ລ້ຽງສັດບົກ, ສັດນໍ້າ ໄດ້ທັງໝົດ 7.620.339.100 ກີບ, ມອບພັນທະໃຫ້ຂັ້ນເທິງ 4.572.203.460 ກີບ (ລື່ນແຜນການ 7,18%), ທຽບໃສ່ປີ 2023 ຂະຫຍາຍຕົວ 10%. ສໍາລັບບັນດາກອງຜະລິດທີ່ລ້ຽງສັດໃຫຍ່ ມີງົວ ທັງໝົດ 1.035 ໂຕ, ຄວາຍ 167 ໂຕ ແລະ ແກະ 761 ໂຕ. ນອກນີ້, ຍັງຮັບປະກັນວຽກງານການປິ່ນປົວ ໂດຍສະເພາະການປິ່ນຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍບໍລິເວນ 4 ແຫ່ງ, ກວດພະຍາດເຂດນອກ 225.760 ເທື່ອຄົນ, ມີຄົນເຈັບເຂົ້ານອນໂຮງໝໍ 55.363 ເທື່ອຄົນ, ອັດຕາສ່ວນປົວດີ 98,10%. ຈາກນັ້ນ, ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບ ວຽກງານການເງິນທົ່ວກອງທັບ ປະຈຳປີ 2024 ໃຫ້ຮູ້ວ່າ: ງົບປະມານປີ 2024, ສໍາລັບກົມກອງກຳລັງຫຼວງ ມີ 57 ຫົວໜ່ວຍກົມກອງ ທີ່ຮັບເງິນໂດຍກົງຈາກກົມການເງິນ ກະຊວງປ້ອງກັນປະເທດ ໂດຍປະຕິບັດຕາມຫຼັກການຮັບ-ຈ່າຍຜ່ານປະຕູດຽວ, ການຈັດຕັ້ງປະຕິບັດງົບປະມານຕໍ່ກຳລັງທ້ອງຖິ່ນ ກໍຄືກອງບັນຊາການທະຫານແຂວງ ແມ່ນມອບໃຫ້ແຂວງເບີກຈ່າຍຢ່າງຂາດຕົວ, ກະຊວງປ້ອງກັນປະເທດ ເປັນຜູ້ຊຳລະໃຫ້ຕາມການໃຊ້ຈ່າຍຕົວຈິງງົບປະມານ ຂອງກຳລັງທ້ອງຖິ່ນ. ໃນປີຜ່ານມາ, ຄະນະພັກ-ຄະນະກອງບັນຊາການທະຫານແຂວງ ໄດ້ເອົາໃຈໃສ່ຈັດຕັ້ງນໍາພາ ແລະ ຊີ້ນໍາພະນັກງານການເງິນຂອງຕົນຢ່າງໃກຊິດ ໃນການຈັດຕັ້ງປະຕິບັດງົບປະມານໃຫ້ໄດ້ຮັບຜົນດີ, ສາມາດຮັບປະກັນໄດ້ຕາມແຜນວຽກທີ່ກົມກອງວາງອອກ ໃນນັ້ນ, ກົມກອງໄດ້ເອົາໃຈໃສ່ແກ້ໄຂເງິນເດືອນໃຫ້ນາຍ ແລະ ພົນທະຫານ ຕາມການຕອບສະໜອງເງິນສົດຕົວຈິງ ຂອງກະຊວງການເງິນ ໃຫ້ກະຊວງປ້ອງກັນປະເທດ ໃນແຕ່ລະເດືອນ ພ້ອມທັງຈັດຕັ້ງເບີກຈ່າຍໃຫ້ກົມກອງ. ນອກຈາກນັ້ນ, ຍັງໄດ້ຄິດໄລ່ເບີກຈ່າຍບັນດາຮ່ວງລາຍຈ່າຍເງິນບໍລິຫານ ໃຫ້ບັນດາຂະແໜງການເຫຼົ່າຮົບຕ່າງໆ ໃນກອງທັບໄດ້ທັນເວລາ ແລະ ສຳເລັດຕາມແຜນວຽກ ທີ່ກະຊວງຕົກລົງ ເຊັ່ນ: ຊື້ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ຮ່ວງເຝິກແອບເຄື່ອນໄຫວສູ້ຮົບ, ລາຍຈ່າຍພົວພັນຕ່າງປະເທດ ແລະ ແກ້ໄຂເງິນບໍລິຫານນອກແຜນ ຈ່າຍເພີ່ມໃຫ້ບັນດາໜ້າວຽກຈໍານວນໜຶ່ງ ຄື: ກໍ່ສ້າງພື້ນຖານໂຄງລ່າງ, ສ້ອມແປງຄ້າຍຄູຕ່າງໆ, ລາຍຈ່າຍຮັບໃຊ້ວຽກງານນະໂຍບາຍອື່ນໆ, ວຽກງານກອງປະຊຸມຂັ້ນຕ່າງໆ ຂອງກະຊວງ ແລະ ຈ່າຍເງິນບໍລິຫານອື່ນໆ ອີກຈໍານວນໜຶ່ງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນສັງເກດຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານພະລາທິການ-ການເງິນ ທົ່ວກອງທັບ ໃນ 1 ປີຜ່ານມາ, ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ພ້ອມທັງແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ເພື່ອພ້ອມກັນປັບປຸງແກ້ໄຂ ແລະ ຄົ້ນຄວ້າເປັນເອກະພາບ ຕໍ່ທິດທາງແຜນການ ປະຈໍາປີ 2025. ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ. ໂດຍ: ນາງ ອາຄົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ