ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ຫຼາຍພາກສ່ວນເຂົ້າອວຍພອນ ຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2025-01-24 16:32:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1002 | ຄວາມນິຍົມ:



ວັນທີ 23 ມັງກອນ 2025 ນີ້, ອົງການ, ກົມກອງ, ພະແນກການອ້ອມຂ້າງພາຍໃນແຂວງ, ລັດວິສະຫະກິດ, ບໍລິສັດຫ້າງຮ້ານທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າອວຍພອນ ຄະນະພັກ - ຄະນະບັນຊາກອງບັນຊາການທະຫານ ແຂວງຫຼວງພະບາງ ເນື່ອງໃນໂອກາດຂໍ່ານັບຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ(ວັນທີ 20 ມັງກອນ 1949-20 ມັງກອນ 2025) ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ເພື່ອເປັນການອວຍພອນໃຫ້ກຳລັງໃຈພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ທີ່ປະຕິບັດໜ້າທີ່ຢູ່ເຂດແນວໜ້າ, ເຂດທຸລະກັນດານ, ຫ່າງໄກສອກຫຼີກ ເຮັດໜ້າທີ່ ປົກປັກຮັກສາເຂດນ້ຳແດນດິນ ຜືນແຜ່ນດິນອັນອົບຖ້ວນຂອງປວງຊົນລາວທັງຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຢູ່ເຢັນເປັນ ຊຸຍູ້ທັງທໍາມາຫາກິນ, ຄ້າຂາຍ ແລະ ການພັດທະນາທາງດ້ານເສດທະກິດ- ສັງຄົມ ພາຍໃນແຂວງ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ. ໂດຍການກ່າວຮັບ ຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ໄດ້ກ່າວສະແດງຄວາມຂອບໃຈຢ່າງຫຼົ້ນເຫຼືອມາຍັງແຕ່ລະພາກສ່ວນ ທີ່ໄດ້ເຫັນຄວາມສຳຄັນວຽກງານປ້ອງກັນຊາດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ພ້ອມຍັງປະຕິຍານວ່າຈະຕັ້ງໜ້າປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ ມີຄວາມສະຫງົບປອດໄພ ແລະ ຮັກສາດິນແດນໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ຈະນໍາເອົາຂອງຂວັນດັ່ງກ່າວນີ້ມອບໃຫ້ພະນັກງານ-ນັກຮົບແຕ່ລະກົມກອງ, ບັນດາປ້ອມທີ່ຫ່າງໄກສອກຫຼີກໃຫ້ທົ່ວເຖິງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດແກ່ສ່ວນລວມ. ຂ່າວ: ສົມພອນ ສຸວັນທອນ; ພາບ: ທອງລິດ ແກ້ວທຸມມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ