
ທະຫານແຂວງຜົ້ງສາລີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023
ເວລາອອກຂ່າວ: 2025-01-24 16:05:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1135 | ຄວາມນິຍົມ:
ວັນທີ 22 ມັງກອນ 2025 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະພັກກອງບັນຊາການທະຫານແຂວງ, ຄະນະພັກຮາກຖານ, ອົງການ 5 ຫ້ອງ, ໂຮງໝໍທະຫານແຂວງ, ເລຂາຄະນະໜ່ວຍພັກ, ພະນັກງານສະມາຊິກພັກສົມບູນສໍາຮ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ພອນ ສານສຸກ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງ, ວ່າດ້ວຍການອະນຸມັດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023. ຈາກນີ້, ສະຫາຍ ພັນໂທ ວຽງສະຫວັນ ພັນລະດາ ຮອງຫົວໜ້າພະແນກກວດກາ ຫ້ອງການເມືອງ ກອງບບັນຊາການທະຫານແຂວງ, ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງ, ເຊິ່ງປະກອບມີ 40 ໜ່ວຍພັກ.
ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ໃນນີ້ ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ເລົ່າເຮີ ໄພບົວທອງ ຮອງພະແນກການເງິນ ຫ້ອງພະລາທິການ ເປັນຮອງຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ