ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ປະກາດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ແລະ ແຕ່ງຕັ້ງໜ້າທີ່ ໃຫ້ະພນັກງານ ຢູ່ກອງພັນຂົນສົ່ງ 401 ກອງທັບ
ເວລາອອກຂ່າວ: 2025-01-24 16:03:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1056 | ຄວາມນິຍົມ:



ພິທີປະກາດການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ແລະ ແຕ່ງຕັ້ງໜ້າທີ່ ຂັ້ນຫົວໜ້າອົງການ, ຫົວໜ້າກອງຮ້ອຍ, ຊ່ວຍວຽກກອງພັນຂົນສົ່ງ 401 ກອງທັບ, ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມຂົນສົ່ງ, ພະແນກຈັດຕັ້ງພັກຫ້ອງການເມືອງ ກົມໃຫຍ່ພະລາທິການ, ຄະນະພັກຮາກຖານ, ໜ່ວຍພັກ, ພະນັກງານ, ສະມາຊິກ ແລະ ນັກຮົບພາຍໃນກົມກອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັັ້ງພັກຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານກອງພັນຂົນສົ່ງ 401. ຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ຕົກລົງ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສີມຸ່ຍ ໄມສົມແພງ ເປັນເລຂາຄະນະພັກຮາກຖານກອງພັນຂົນສົ່ງ 401 ກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ເຂິງຄໍາ ສຸມຸນທາ ຮອງຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າອົງການ, ຫົວໜ້າກອງຮ້ອຍ, ຊ່ວຍວຽກກອງພັນຂົນສົ່ງ 401 ກອງທັບ ຈໍານວນ 20 ສະຫາຍ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ