
ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-01-24 14:48:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 944 | ຄວາມນິຍົມ:
ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 2 ໃນວັນທີ 24 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ເຊື່ອມຊຶມ, ກໍາແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຍົກສູງອົບຮົມວຽກງານດ້ານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ, ພ້ອມທັງຈັດຕັ້ງເຜີຍແຜ່ສະພາບການຕ່າງໆເຮັດໃຫ້ ພະນັກງານ-ນັກຮົບ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ, ກໍາແໜ້ນທາດແທ້, ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ. ອັນພົ້ນເດັ່ນແມ່ນຂະບວນການດໍາເນີນຊີວິດການເມືອງປົວແປງພັກ-ພະນັກງານ ແລະ ຂະບວນການອົບຮົມ-ຫັດແອບ ຮັບໃຊ້ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ໄດ້ຈັດຕັ້ງເຝິກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຊຸດທີ VI, ເຝິກອົບຮົມວຽກງານ ການກວດສອບເລຂາ, ຮອງເລຂາຮາກຖານພັກ, ໄດ້ຊີ້ນໍາດໍາເນີນກອງປະຊຸມໃຫຍ່ຂັ້ນຄະນະພັກສໍາເລັດ 39,21%, ຄະນະພັກຮາກຖານ 99,36% ແລະ ໜ່ວຍພັກ 99,72%, ບົ່ງຕົວແຕ່ງຕັ້ງທົດແທນ 73 ຄະນະພັກ, ຍຸບ 1 ຄະນະພັກ ແລະ ສ້າງຕັ້ງໃໝ່ 1 ຄະນະພັກ, ເຮັດໃຫ້ລະບົບການຈັດຕັ້ງພັກມີໜັກແໜ້ນດີຂຶ້ນກວ່າເກົ່າ; ດ້ານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເພີ່ມຂຶ້ນ 257 ໜ່ວຍພັກ, ມີສະມາຊິກພັກແຂງ 66.669 ສະຫາຍ, ກາງ 5.036 ສະຫາຍ ແລະ ວຽກງານອື່ນໆກໍໄດ້ຈັດຕັ້ງປະຕິບັດມີຜົນລໍາເລັດ.
ໂອກາດນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ແລະ ໄດ້ປ່ອນບັດທາບທາມຜູ້ສະໝັກເລືອກຕັ້ງເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 2 ສໍາເລັດຕາມແຜນການ.
ໂດຍ: ນາງ ອາຄົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ