
ກອງປະຊຸມໃຫຍ່ ສະມາຊິກກຳມະບານ ຄັ້ງທີ X ໂຮງງານ ມິດຕະພາບລາວ-ຫວຽດນາມ
ເວລາອອກຂ່າວ: 2025-01-24 14:19:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1091 | ຄວາມນິຍົມ:
ກອງປະຊຸມໃຫຍ່ ສະມາຊິກກໍາມະບານ ຄັ້ງທີ X ຂອງສະຫະພັນກຳມະບານ ໂຮງງານ ມິດຕະພາບລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2025 ນີ້,ໂດຍການເປັນປະທານຂອງສະຫາຍ ພັນໂທ ໜູດໍາ ສຸລິໄຊ ຮອງຫົວໜ້າຫ້ອງການກໍາມະບານກອງທັບ, ມີປະທານກໍາມະບານຮາກຖານ, ຄະນະປະທານກໍາມະບານຮາກຖານ, ແຂກຖືກເຊີນພ້ອມດ້ວຍສະມາຊິກກໍາມະບານທົ່ວໂຮງງານມິດຕະພາບລາວ-ຫວຽດນາມເຂົ້າຮ່ວມ.
ສະຫາຍ ພັນໂທ ສົມປອງ ແກ້ວບຸດຕະລາດ ປະທານກໍາມະບານຮາກຖານໂຮງງານມິດຕະພາບລາວ-ຫວຽດນາມ ໄດ້ຂຶ້ນຜ່ານວຽກງານການເຄື່ອນໄຫວຂອງສະຫະພັນກໍາມະບານຮາກຖານ ໃນໄລຍະ 5 ປີຜ່ານມາ ຄະນະສະຫະພັນກຳມະບານຂອງພວກເຮົາຍາມໃດກໍຖືສໍາຄັນໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ເຮັດໃຫ້ສະມາຊິກກຳມະບານ ໄດ້ຮັບຮູ້, ເຊື່ອມຊຶມຂໍ້ກໍານົດ,ກົດລະບຽບຂອງພັກຢ່າງທົ່ວເຖິງ ທັງປະຕິບັດຕາມທິດຊີ້ນໍາຂອງຫ້ອງການກຳມະບານກອງທັບ ເວົ້າລວມ, ເວົ້າສະເພາະແມ່ນປະຕິບັດຕາມທິດຊີ້ນໍາຂອງ ຄະນະພັກ-ຄະນະອໍານວຍການໂຮງງານ, ຕາມຫຼັກການລວມສູນປະຊາທິປະໄຕແບ່ງປັນໃຫ້ບຸກຄົນ ຮັບຜິດຊອບ, ໄດ້ນໍາເອົາແນວທາງນະໂຍບາຍຂອງ ພັກ-ລັດ, ແຜນການຂອງກົມກອງມາຈັດຕັ້ງເຜີຍແຜ່ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເປັນຂະບວນການຕໍ່ເນື່ອງ, ຕິດພັນກັບແຜນການຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກໍາມະບານລາວວາງອອກ, ຂະບວນການຮັກຊາດ ແລະ ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການສ້າງກອງ 3 ປອດ, ການສ້າງກອງວັດທະນະທໍາ-ນັກຮົບວັດທະນະທຳ, ສະມາຊິກພະນັກງານໄປຮຽນຕໍ່ຂັ້ນຕ່າງໆຢູ່ ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ ລວມຈຳນວນ 15 ສະຫາຍ ແລະ ຮຽນຕໍ່ລະດັບຂັ້ນຕ່າງໆຢູ່ພາຍໃນປະເທດ, ເອົາໃຈໃສ່ຕິດຕາມການປະຕິບັດນະໂຍບາຍຕໍ່ ພະນັກງານສະມາຊິກກຳມະບານ, ກຳມະກອນ ຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ກົດໝາຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍວ່າດ້ວຍກຳມະບານລາວ ແລະ ກົດລະບຽບຂອງສະຫະພັນກຳມະບານລາວ, ໄດ້ສະເໜີເລື່ອນຊັ້ນ, ເລື່ອນຕໍ່າແໜ່ງ, ການຍອ້ງຍໍປະເພດຕ່າງໆໃຫ້ສະມາຊິກກຳມະບານ ຕໍ່ຜູ້ທີ່ມີຜົນງານດີເດັ່ນ, ສະມາຊິກໄດ້ຮັບຫຼຽນໄຊ 27 ໜ່ວຍ, ຫຼຽນກາແຮງງານ 39 ໜ່ວຍ, ແລະ ໃບຍ້ອງຍໍຂັ້ນຕ່າງໆ 238 ໃບ, ປະເມີນຜົນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະຫະພັນກຳມະບານໂຮງງານໄດ້ຮັບໃບຢັ້ງຢືນ 5 ເປັນເຈົ້າ 4 ປີຕໍ່ເນື່ອງ.
ໃນພິທີໄດ້ປ່ອນບັດຄັດເລືອກເອົາຄະນະສະຫະພັນກໍາມະບານຮາກຖານຊຸດໃໝ່. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ພັນໂທ ທອງແສງ ແກ້ວດາລາວົງ ເປັນປະທານກໍາມະບານຮາກຖານ, ສະຫາຍ ພັນໂທ ກິເທີ ໄຊຍະບຸດ ເປັນຮອງປະທານ, ສະຫາຍ ພັນຕີ ອຸດົມພອນ ທໍາມະວົງສາ ເປັນກໍາມະການກວດກາ,ສະຫາຍ ພັນຕີ ສິນຖາ ສິນທະປະເສີດ ເປັນກໍາມະການໂຄສະນາ ແລະ ສະຫາຍ ພັນໂທ ສຸດສາຄອນ ພົມມະກອນ ເປັນກໍາມະການ-ການຄັງ.
ສະຫາຍ ພັນໂທ ໜູດໍາ ສຸລິໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານດ້ານຕ່າງໆທີ່ໂຮງງານມິດຕະພາບລາວ-ຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານ-ກໍາມະກອນ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດດ້ານວິຊາສະເພາະໃຫ້ສູງຂຶ້ນ, ອອກແຮງແຂ່ງຂັນກັນສ້າງຜົນງານໃນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງສະຫະພັນກໍາມະບານລາວໃຫ້ເປັນຂະບວນຟົດຟື້ນ ເພື່ອພັດທະນາຕົນເອງ ແລະ ກົມກອງໃຫ້ໄດ້ຮັບການພັດທະນາຢ່າງແຂງແຮງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ