ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ພົນໂທ ຄໍາລຽງ ອຸທະໄກສອນ ເນັ້ນໜັກຫຼາຍບັນຫາສໍາຄັນ ຕໍ່ທະຫານແຂວງອັດຕະປື
ເວລາອອກຂ່າວ: 2025-01-24 14:04:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1291 | ຄວາມນິຍົມ:



ວັນທີ 24 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງກອງບັນຊາການທະຫານແຂວງອັດຕະປື, ໂດຍມີ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ, ກົມກອງຮາກຖານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນການພົບປະໂອ້ລົມ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ທີ່ກອງບັນຊາການທະຫານແຂວງອັດຕະປື ສ້າງມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານແຂວງອັດຕະປື ເອົາໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ກໍຄື ຂອງແຂວງ ໃຫ້ເປັນຂະບວນການຟົດຟື້ນ, ສຸມໃສ່ເຮັດໃຫ້ສະພາບພາຍໃນແຂວງ ມີຄວາມສະຫງົບໜັກແໜ້ນ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ທັງທາງເລິກ ແລະ ທາງກວ້າງ ຕິດພັນກັບວຽກງານ 3 ສ້າງ, ໂດຍສຸມໃສ່ຂອບເຂດບໍລິເວນຊາຍແດນເປັນສໍາຄັນ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ດ້ວຍການໂຄສະນາເຜີຍແຜ່ມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຕິດພັນກັບການ ດໍາເນີນຊີວິດການເມືອງພາຍໃນພັກ, ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ໂດຍສຸມໃສ່ການອົບຮົມ-ຫັດແອບໃຫ້ເປັນປົກກະຕິ ເພື່ອຮັບປະກັນການກຽມພ້ອມສູ້ຮົບໃຫ້ມີຄຸນນະພາບ ພ້ອມກັນນັ້ນ, ກໍຕ້ອງຈັດຕັ້ງປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຫັນເຂົ້າສູ່ລະບຽບແບບແຜນທັນສະໄໝ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ທັນສະໄໝ ບົນພື້ນຖານ ເຄົາລົບຫຼັັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ດ້ວຍການຊຸກຍູ້ການປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍກວ່າເກົ່່າ, ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄັງລວມ ໝູນໃຊ້ເຂົ້າໃນການປັບປຸງພັດທະນາກົມກອງ, ເອົາໃຈໃສ່ກວດກາ, ຄຸ້ມຄອງ ແລະ ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທປະກອນ ບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ມີເຫດຜົນ, ສືບຕໍ່ປະສານສົມທົບ ແລະ ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຖອດຖອນເອົາບົດຮຽນ ມາພັດທະນາກົມກອງຂອງຕົນ. ສະຫາຍ ພັນເອກ ສີສົມໃຈ ມະໂນລາ ໄດ້ກ່າວວ່າ: ການມາຢ້ຽມຢາມ ແລະ ພົບປະໂອ້ລົມຂອງສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເປັນການປຸກລະດົມຊຸກຍູ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງອັດຕະປື ມີກຳລັງໃຈໃນການປະຕິບັດໜ້າທີ່ວຽກງານ, ຄໍາເຫັນໂອ້ລົມຂອງທ່ານ ເປັນພື້ນຖານບ່ອນອີງອັນສໍາຄັນ ໃນການສືບຕໍ່ປັບປຸງພັດທະນາກໍາລັງປະກອບອາວຸດທ້ອງຖິ່ນແຂວງອັດຕະປື ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ເພື່ອພ້ອມກັນກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ ກໍຄື ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງແຂວງອັດຕະປື. ໂດຍ: ນາງ ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ