
ປິດຂະບວນການແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ
ເວລາອອກຂ່າວ: 2025-01-24 09:23:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1099 | ຄວາມນິຍົມ:
ເພື່ອເປັນການຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບ ຄົບ ຮອບ 76 ປີ. ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ປິດຂະບວນການແຂ່ງຂັນກິ ລາການທະຫານ ແລະ ກິລາ ມວນຊົນ ຊີງຂັນລາງວັນຫົວ ໜ້າກອງບັນຊາການທະຫານແຂວງສະຫວັນນະເຂດ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສາ ຮຽມຈຳປາຄຳ ຮອງຫົວໜ້າການ ທະຫານ, ຫົວໜ້າຫ້ອງເສນາທິການທະຫານແຂວງສະຫວັນນະເຂດ, ມີບັນດາຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກົມກອງອ້ອມຂ້າງຕະຫຼອດຮອດນັກກິລາເຂົ້າຮ່ວມ.
ຜ່ານການແຂ່ງຂັນແຕ່ລະປະ ເພດກິລາຕະຫຼອດໄລຍະເວລາ 12 ວັນ ນັບແຕ່ວັນທີ 3-14 ມັງ ກອນ 2025 ນີ້, ອັນດັບທີ 1 ກິລານັກຮົບແຂງແຮງກອງພັນທະຫານຮາບທີ 4, ອັນດັບທີ 2 ໂຮງຮຽນການທະຫານທ້ອງຖິ່ນ ແລະ ອັນດັບທີ 3 ກອງຮ້ອຍ 208, ກິລາແລ່ນມ້າງປະກອບອາວຸດປືນ AKM 400 ແມັດ ອັນ ດັບທີ 1 ກອງພັນທະຫານຮາບທີ 4, ອັນດັບທີ 2 ກອງຮ້ອຍ 618 ແລະ ອັນດັບທີ 3 ໂຮງຮຽນການທະຫານທ້ອງຖິ່ນ, ກິລາຍິງປືນກຳລັງໄຟແບກຫາບ DK-75 ມມ ອັນດັບທີ 1 ກອງພັນທະຫານຮາບທີ 4, ອັນດັບທີ 2 ກອງພັນທະຫານຮາບທີ 5 ແລະ ອັນດັບທີ 3 ກອງພັນທະຫານຮາບທີ 3, ກິລາ 3 ວິຊາການທະຫານສົມ ທົບ ອັນດັບທີ 1 ກອງພັນທະຫານຮາບທີ 3, ອັນດັບທີ 2 ໂຮງຮຽນການທະຫານທ້ອງຖິ່ນ ແລະ ອັນດັບທີ 3 ກອງພັນທະຫານຮາບທີ 4, ກິລາຍິງປືນ AK ຍິງເປົ້າຈານເຫຼັກ (ລວມໝູ່) ອັນດັບທີ 1 ຫ້ອງເສນາທິການ, ອັນດັບທີ 2 ຫ້ອງເຕັກນິກ ແລະ ອັນດັບທີ 3 ໂຮງຮຽນການທະຫານທ້ອງຖິ່ນ, ສ່ວນປະເພດກິລາມວນຊົນ ກິລາບານເຕະຊາຍ ອັນດັບທີ 1 ກອງພັນທະຫານຮາບທີ 4, ອັນດັບທີ 2 ຫ້ອງພະລາທິການ ແລະ ອັນດັບທີ 3 ຫ້ອງເຕັກນິກ, ກິລາບານສົ່ງຊາຍ ອັນດັບທີ 1 ຫ້ອງພະລາທິການ, ອັນດັບທີ 2 ກອງຮ້ອຍ 201 ແລະ ອັນດັບທີ 3 ຫ້ອງເຕັກນິກ, ກິລາບານສົ່ງ ຍິງ ອັນດັບທີ 1 ຫ້ອງພະລາທິ ການ, ອັນດັບທີ 2 ກອງຮ້ອຍ 234 ແລະ ອັນດັບທີ 3 ໂຮງໝໍທະຫານແຂວງ, ກິລາກະຕໍ້ຊາຍ ອັນດັບທີ 1 ຫ້ອງເຕັກນິກ, ອັນດັບທີ 2 ກອງຮ້ອຍ 324 ແລະ ອັນດັບທີ 3 ຫ້ອງພະລາທິການ, ກິລາເປຕັງປະສົມຊາຍ-ຍິງ ອັນດັບທີ 1 ຫ້ອງພະລາທິການ, ອັນດັບທີ 2 ກອງຮ້ອຍ 618 ແລະ ອັນດັບທີ 3 ກອງບັນຊາການທະຫານນະ ຄອນໄກສອນ ພົມວິຫານ.
ພາບ: ຄຳໄສ
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ