ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ວິທະຍາຄານ​ການເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2025-01-24 09:19:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 941 | ຄວາມນິຍົມ:



ໃນ​ວັນ​ທີ 15 ມັງກອນ 2025 ນີ້, ສະຫາຍ ພັນ​ເອກ ສອນ​ພະຈັນ ທຳ​ມະ​ວົງ ຮອງ​ຫົວໜ້າ​ອຳນວຍ​ການວິທະຍາຄານ​ການເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ຄະນະໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 605 ເນື່ອງ​ໃນ​ໂອກາດ​ຂໍ່ານັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 605 ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ໂທ ໄມສີ ມາ​ວັນ​ດີ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່ຄະນະ​ອຳນວຍ​ການ ວິທະຍາຄານ​ການເມືອງ​ປ້ອງ​ກັນ​ຄວາມ​ສະຫງົບ ທີ່​ໄດ້​ນຳ​ເອົາ​ກະຕ່າ​ຂອງຂວັນ​ພ້ອມ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດພະນັກງານ-ນັກຮົບ​ໃນ​ຄັ້ງ​ນີ້, ເຊິ່ງ​ສະຫາຍກໍ​ໄດ້​ອວຍພອນ​ໃຫ້ ສະຫາຍ ພັນ​ເອກ ສອນ​ພະຈັນ ທຳ​ມະ​ວົງ ພ້ອມ​ດ້ວຍ​ຄະນະຈົ່ງ​ມີ​ສຸຂະພາບ​ແຂງແຮງ, ປະສົບ​ຜົນສຳເລັດ​ໃນ​ທຸກ​ໜ້າທີ່​ວຽກ​ງານ, ສືບຕໍ່​ຮັດ​ແໜ້ນ​ຄວາມສາ​ ມັກ​ຄີ​​ຮັກແພງລະຫວ່າງວິທະຍາ ຄານ​ການເມືອງ​ປ້ອງກັນ​ຄວາມ ສະຫງົບກັບກອງພັນ​ໃຫຍ່ 605 ໃຫ້​ນັບ​ມື້ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ໂດຍ: ນາງ ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ