
ກອງພັນໃຫຍ່ 202 ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-24 09:09:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ:
ໃນວັນທີ 14 ມັງກອນ 2025, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດຕັ້ງປາຖະກະຖາມູນ ເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ຢູ່ທີ່ສະໂມສອນກອງພັນໃຫຍ່ 202, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໄບ ວິໄລພອນ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 202 ໄດ້ຍົກໃຫ້ເຫັນປະຫວັດສາດ, ມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊສະນະທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 76 ປີ, ເຊິ່ງກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດຕາແສງລາວຮຸ່ງເມືອງຊຽງຄໍ້ແຂວງຫົວພັນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ນຳພາ-ຊີ້ນຳ ໂດຍກົງຮອບດ້ານ, ນັບແຕ່ມື້ສ້າງຕັ້ງກອງທັບ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດທັງເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນເໜືອກວ່າ, ແຕ່ກອງທັບ ກໍໄດ້ຕໍ່ສູ້ຢ່າງອົງອາດກ້າຫານ, ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນສາມາດຍາດໄດ້ໄຊຊະນະເປັນກ້າວໆມາ, ພ້ອມນັ້ນ ກໍສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເອກອ້າງທະນົງໃຈຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ, ນັບແຕ່ນັ້ນມາກອງທັບປະຊາຊົນລາວ ໄດ້ເຮັດໜ້າທີ່ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາປະເທດຊາດໃຫ້ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມສ້າງເງື່ອນໄຂໃຫ້ປະເທດຊາດມີການພັດທະນາຢ່າງຮອບດ້ານ, ນັບທັງຊີວິດການກິນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆມາ.
ທັງນີ້, ເພື່ອເປັນການສືກສາອົບຮົມໃຫ້ພະນັກງານໄດ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນເຖິງມູນເຊື້ອ, ການເຕີບໃຫຍ່ຂະຫຍາຍ ຕົວຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ໃຫ້ກວ້າງຂວາງເລີກເຊິ່ງ ເພື່ອພ້ອມກັນປຸກລະ ດົມ ແລະ ເສີມຂະຫຍາຍມູນ ເຊື້ອ, ທາດແທ້ປະຕິວັດຂອງກອງທັບ, ໃນການຕໍ່ສູ້ກູ້ຊາດເຂົ້າໃນການຈັດຕັ້ງປະຕິບັດຂັ້ນເທິງຕ່າງໆຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າປັບປຸງຮັດແໜ້ນຄວາມສາມັກຄີປອງດອງພາຍໃຕ້ຮົ່ມທຸງຂອງພັກ, ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຊີດຊູນຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອນຳພາຕົນເອງ, ຄອບຄົວ ແລະ ປະເທດຊາດຫຼຸດພົ້ນອອກ
ຈາກສະຖານະພາບດ້ອຍພັດ ທະນາເທື່ອລະກ້າວ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ