
ໂຮງໝໍ 10 ຕຽງ ກອງພັນໃຫຍ່ 642 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-01-24 09:07:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 976 | ຄວາມນິຍົມ:
ໃນວັນທີ 13 ມັງກອນ 2025, ໂຮງໝໍ 10 ຕຽງ ກອງ ພັນໃຫຍ່ 642 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນລັບ ທຳມະວົງ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 642, ມີສະຫາຍ ພັນໂທ ບຸນພົດ ໄຊຄະວົງ ຫົວໜ້າຂະແໜງເສນາຮັກ ໂຮງໝໍ 10 ຕຽງ ພ້ອມດ້ວຍພະນັກ ງານວິຊາສະເພາະທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ສະຫາຍພັນໂທ ຈັນສີ ນິດດາວົງ ຫົວໜ້າອຳນວຍການໂຮງໝໍ 10 ຕຽງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2024, ເຊິ່ງໄລຍະໃນໜຶ່ງປີ
ຜ່ານມາ ໂຮງໝໍ 10 ຕຽງໄດ້ເອົາ ໃຈໃສ່ເຮັດໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍຕາມພາລະບົດ ບາດຂອງກົມກອງດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະວຽກງານຮັບຕ້ອນ ແລະ ປິ່ນປົວຄົນເຈັບ ໄດ້ຮັບກວດພະຍາດເຂດ
ນອກ 5.279 ເທື່ອຄົນ, ປິ່ນປົວພະນັກງານ-ນັກຮົບ 1.043 ເທື່ອຄົນ, ຄອບຄົວພະນັກງານ-ນັກຮົບ 176 ເທື່ອຄົນ, ລູກ 660 ເທື່ອຄົນ, ປກສ 9 ເທື່ອຄົນ, ພະນັກງານປົກຄອງ 41 ເທື່ອຄົນ, ປະຊາຊົນ 2.015 ເທື່ອຄົນ, ນັກຮຽນ 164 ເທື່ອຄົນ, ເດັກທົ່ວໄປ 1.166 ເທື່ອຄົນ, ພະສົງ 5 ເທື່ອຄົນ, ຮັບຄົນ
ເຈັບເຂົ້ານອນປິ່ນປົວ 335 ເທື່ອຄົນ, ປິ່ນປົວດີ 280 ເທື່ອຄົນ, ສົ່ງໂຮງໝໍອື່ນ 55 ເທື່ອຄົນ, ຜ່າຕັດນ້ອຍ 193 ຄັ້ງ, ລ້າງບາດ 538 ຄັ້ງ, ສັກຢາ 5087 ຄັ້ງ, ເອົາອາການຊີວິດ 6.500 ຄັ້ງ, ວຽກງານວິເຄາະ ໄດ້ກວດຕຳລາເລືອດ 1.395 ເທື່ອຄົນ, ກວດເລືອດເຄມີ 246 ເທື່ອຄົນ, ກວດອາຈົມ 3 ຄັ້ງ, ວຽກງານເອໂກລັງສີ ໄດ້ເອໂກ 463 ຄັ້ງ, ວຽກງານປະສູດ ມີພະນັກງານ-ນັກຮົບ ແລະ ຄອບຄົວພະນັກງານ 68 ຄັ້ງ, ປະຊາຊົນ 23 ຄັ້ງ; ວາງແຜນລູກຫ່າງ ໄດ້ສັກຢາຄຸມກຳເນີດຊະນິດ 3 ເດືອນ ທະຫານ 1 ຄົນ 3 ຄັ້ງ, ຈ່າຍຢາ ເຟີ ໃຫ້ແມ່ມານ 6 ຄັ້ງ,ກວດພະຍາດຍິງ 5 ຄັ້ງ, ຊ່ວຍປະສູດລູກ 2 ຄັ້ງ ແລະ ເຮັດໃບຢັ້ງຢືນການເກີດ 4 ຄັ້ງ. ສະຫາຍ ພັນໂທ ບຸນລັບ ທຳມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນທີ່ໂຮງໝໍ 10 ຕຽງ ສ້າງມາໄດ້ໃນໜຶ່ງປີທີ່ຜ່ານມາ. ພ້ອມທັງ ໄດ້ເນັ້ນໜັກໃຫ້ ພະນັກງານ-ນັກຮົບ ທີ່ເຮັດວຽກງານເສນາຮັກ ທົ່ວກອງພັນໃຫຍ່ 642 ຈົ່ງພ້ອມກັນນຳເອົາເນື້ອໃນຂອງກອງປະຊຸມໃນຄັ້ງນີ້ີ ຜັນຂະຫຍາຍເຂົ້າໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ເກີດດອກອອກຜົນ.
ໂດຍ: ແສນສຸລິຍະ ແທງພຸດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ