
ປີ 2023 ຜ່ານມາທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ ມີ 48 ໜ່ວຍພັກໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2025-01-15 15:27:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ:
ພິທີມອບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ທົ່ວທະຫານແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມາ ສິງມະນີວອນ ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງທະຫານແຂວງ, ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2023 ທົ່ວກອງບັນຊາການທະຫານແຂວງ ໃຫ້ຮູ້ວ່າ: ໃນປີ 2023 ເຊິ່ງຜ່ານມາຄະນະຮັບຜິດຊອບໄດ້ລົງປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 48 ໜ່ວຍພັກ, ໂດຍປະຕິບັດຕາມ 5 ເນື້ອໃນຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ, ດ້ານການປະຕິບັດໜ້າທີ່ການເມືອງ ໃນນີ້ຄະນະອານຸກໍາມະການໄດ້ສັງລວມຜ່ານອານຸກໍາມະການສະພາຂັ້ນຕົ້ນ ໃນຄະນະພັກກອງບັນຊາການທະຫານແຂວງ ເພື່ອຄົ້ນຄ້ວາພິຈາລະນາຢັ້ງຢືນ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 48 ໜ່ວຍພັກ ແລະ ນໍາສະເໜີຂັ້ນເທິງຮັບຮອງມີ 48 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.304 ສະຫາຍ, ມີສະມາຊິກພັກແຂງ 1.264 ສະຫາຍ, ກວມເອົາ 97,15% ຂອງສະມາຊິກພັກທັງໝົດ, ມີສະມາຊິກພັກກາງ 40 ສະຫາຍ ກວມ 2,85%.
ສະຫາຍ ພັນໂທ ສົມໃຈ ສີສະຫັວດ ຮອງຫົວໜ້າຫ້ອງການເມືອງທະຫານແຂວງ, ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ແຂວງຫຼວງພະບາງ ວ່າດ້ວຍການອະນຸມັດຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ຈໍານວນ 48 ໜ່ວຍພັກຄື: ຫ້ອງການກອງບັນຊາການມີ 3 ໜ່ວຍພັກ, ຫ້ອງການເມືອງມີ 5 ໜ່ວຍພັກ, ຫ້ອງເສນາທິການມີ 4 ໜ່ວຍພັກ, ຫ້ອງພະລາທິການມີ 4 ໜ່ວຍພັກ, ຫ້ອງເຕັກນິກມີ 3 ໜ່ວຍພັກ, ກອງພັນ 413 ມີ 4 ໜ່ວຍພັກ, ກອງພັນ 414 ມີ 4 ໜ່ວຍພັກ, ກອງພັນ 415 ມີ 4 ໜ່ວຍພັກ, ໂຮງຮຽນການທະຫານທ້ອງຖິ່ນມີ 3 ໜ່ວຍພັກ, ຫ້ອງການ ປກຊ - ປກສມີ 1 ໜ່ວຍພັກ, ພ້ອມກັນນີ້ຍັງມີ: ກອງຮ້ອຍ 6, ກອງຮ້ອຍ 7, ກອງຮ້ອຍປ້ອງກັນທີ່ຕັ້ງ, ກອງຮ້ອຍ 10, ກອງຮ້ອຍ 11, ກອງຮ້ອຍ 13, ກອງຮ້ອຍ 161, ກອງຮ້ອຍ 162, ກອງຮ້ອຍ 163, ກອງຮ້ອຍ 226, ກອງປະຕິບັດງານ 303, ໜ່ວຍງານ 302 ແລະ ກອງປະຕິງານ 214. ພິທີໄດ້ມອບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ພາກສ່ວນກ່ຽວຂ້ອງຢ່າງສົມກຽດ.
ໂອກາດດັ່ງ ກ່າວສະຫາຍ ພັນໂທ ເພັງວົງພັນ ວົງໄຊຍະລາດ ຫົວໜ້າພະແນກພະນັກງານ ຂື້ນຜ່ານຂໍ້ຕົກຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ຈໍານວນ 239 ສະຫາຍ. ໃນນີ້ໄດ້ເລື່ອນຊັ້ນ - ທຽບຊັ້ນຮ້ອຍເອກຂຶ້ນພັນຕີ 71 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 79 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 28 ສະຫາຍ ແລະວາທີ ຂຶ້ນຮ້ອຍຕີ 61 ສະຫາຍ.
ຂ່າວ: ທອງລິດແກ້ວທຸມມາ;
ພາບ: ບຸນເພັງ ວົງແກ້ວມະນີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ