
ເປີດການອົບຮົມ - ຫັດແອບ ປະຈໍາປີ 2025 ທົ່ວທະຫານ ແຂວງຫຼວງພະບາງ
ເວລາອອກຂ່າວ: 2025-01-15 15:22:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 714 | ຄວາມນິຍົມ:
ພິທີເປີດອົບຮົມ - ຫັດແອບ ການທະຫານ, ການເມືອງ ພະລາທິການ, ເຕັກນິກ ປະຈໍາປີ 2025 ທົ່ວກອງບັນຊາການທະຫານ ແຂວງຫຼວງພະບາງ, ໄດ້ຈັດຂຶ້ນຕອນເຊົ້າວັນທີ 15 ມັງກອນ 2025 ນິ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ເຂົ້າຮ່ວມມີສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ - ຄະນະບັນຊາ, ມີອົງການ 6 ຫ້ອງ, ບັນດາກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະພະນັກງານ - ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນເພັງ ໄຊອຸດົມ ຮອງຫົວໜ້າເສນາທິການທະຫານແຂວງ ຂຶ້ນຜ່ານຂໍ້ຕົກລົງ ກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ພະແນກອົບຮົມຈັດຕັ້ງພິທີເປີດອົບຮົມ - ຫັດແອບການທະຫານ ການເມືອງ, ພະລາທິການ, ເຕັກນິກ ປະຈໍາປີ 2025, ຈາກນັ້ນ ສະຫາຍ ພັນເອກ ຄໍາສອນ ໂພທິວັນ ຫົວໜ້າຫ້ອງເສນາທິການທະຫານແຂວງ ຂຶ້ນຜ່ານແຜນການອົບຮົມ - ຫັດແອບ ເຊິ່ງໄດ້ກໍານົດເວລາ ແລະເນື້ອໃນໃຫ້ຮູ້ວ່າ: ການອົບຮົມຈະໃຊ້ເວລາ 180 ວັນ, ໃນນັ້ນອົບຮົມພາກຄວາມຮູ້ທົ່ວໄປ, ອົບຮົມການເມືອງ (ປະຕິບັດຕາມເນື້ອໃນຂອງກົມໃຫຍ່ການເມືອງກອງທັບກໍານົດໃຫ້), ອົບຮົມພະລາທິການ (ປະຕິບັດຕາມເນຶ້ອໃນຂອງໃຫຍ່ພະລາທິການກອງທັບກໍານົດໃຫ້), ອົບຮົມວຽກງານເຕັກນິກ (ເອກະພາບຕາມເນື້ອໃນຂອງກົມໃຫຍ່ເຕັກນິກກໍານົດໃຫ້), ອົບຮົມສິນລະປະຍຸດທະຫານຮາບ, ອົບຮົມຍຸດທະວິທີທະຫານຮາບ, ພ້ອມນີ້ຍັງຈະໄດ້ອົບຮົມຂໍ້ກໍານົດ, ລະບຽບຮູບແຖວ ແລະພິທີການ, ອົບຮົມກິລາການທະຫານ, ອົບຮົມວຽກງານເສນາ.
ພິທີໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງແຂ່ງຂັນກິລາມວນຊົນ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກກອງບັນຊາການທະຫານ ແຂວງຫຼວງພະບາງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025) ເຊິ່ງການແຂ່ງຂັນໄດ້ດໍາເນີນມາເປັນເວລາ 10 ວັນ, ຜ່ານການແຂ່ງຂັນປະກົດວ່າ: ປະເພດກິລາບານເຕະທີ I ຫ້ອງພະລາທິການ, ທີ່ II ຫ້ອງເສນາທິການ ແລະ ທີ່ III ຫ້ອງເຕັກນິກ. ກິລາບານສົງຊາຍທີ່ I ຫ້ອງເສນາທິການ, ທີ່ II ຫ້ອງພະລາທິການ ແລະ ທີ່ III ຫ້ອງເຕັກນິກ ສໍາລັບກິລາບານສົງຍິງທີ່ I ຫ້ອງການກອງບັນຊາການ, ທີ່ II ຫ້ອງເສນາທິການ ແລະທີ່ III ຫ້ອງພະລາທິການ. ປະເພດກິເປຕັງປະສົມຍິງ - ຊາຍທີ່ I ຫ້ອງເຕັກນິກ, ທີ່ II ຫ້ອງເສນາທິການ ແລະທີ່ III ຫ້ອງພະລາທິການທະຫານແຂວງ, ພິທີຄະນະພັກ - ຄະນະບັນຊາກອງບັນຊາການທະຫານແຂວງ ໄດ້ຜັດປ່ຽນກັນຂຶ້ນມອບຂອງຂວັນລາງວັນ ໃຫ້ນັກກິລາປະເພດຕ່າງໆຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ;
ພາບ: ບຸນເພັງ ວົງແກ້ວມະນີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ