ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-01-15 12:20:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 674 | ຄວາມນິຍົມ:



ໃນວັນທີ 15 ມັງກອນ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ ປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ໃນທົ່ວກອງວາລະສານປ້ອງກັນຊາດເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າບັນນາທິການກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາໃນປີຜ່ານມາ: ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ສຶກສາອົບຮົມພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ແລະ ດ້ວຍຫຼາຍຮູບການ, ຫຼາຍເນື້ອໃນເປັນຕົ້ນແມ່ນຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງ, ເອກະສານຕ່າງໆ ຂອງ ພັກ-ລັດ, ຟັງປາຖະກະຖາວັນປະຫວັດສາດທີ່ສໍາຄັນຂອງຊາດ ແລະ ຂອງເພື່ອນມິດສາກົນທີ່ຂັ້ນເທິງຈັດຂຶ້ນ, ວຽກງານວິຊາສະເພາະ ໄດ້ຈັດພິມວາລະສານສະບັບລາຍເດືອນໃນຈຳນວນ 3200 ຫົວ, ຂຽນບົດ, ກວດແກ້ບົດລົງ ວາລະສານ 54 ບົດ, ຈຳໜ່າຍໂປດສະເຕີ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI 114 ໃບ, ຮູບພາບກົມການເມືອງສູນກາງພັກ 4 ຊຸດ, ພີມໃບຂ່າວ ພາບຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V 30 ໃບ, ລົງເກັບກຳຖ່າຍພາບບັນດາກອງປະຊຸມໃຫ່ຍ, ປາຖາກະຖາ 32 ຄັ້ງ, ຮັບບົດຈາກຕາໜ່າງຂ່າວເພື່ອນຮ່ວມງານ 134 ບົດ, ຈຳໜ່າຍວາລະສານປ້ອງກັນຊາດໃຫ້ບັນດາອົງການ, ກົມກອງ, ທ້ອງຖີ່ນ ເເລະ ເພື່ອນຮ່ວມງານ 3, 258 ສະບັບ, ຮັບ ເເລະ ຈຳໜ່າຍໜັງສືພີມກອງທັບ, ໜັງສືພີມປ້ອງກັນຄວາມສະຫງົບ ແລະ ໜັງສືພີມປະຊາຊົນ 3,840 ສະບັບ, ຮັບ ເເລະ ຈໍາໜ່າຍວາລະສານຈຳປາ, ໜັງສືພີມປ້ອງກັນຄວາມສະຫງົບ, ອາລຸນໃໜ່, ກໍ່ສ້າງພັກ, ກະສິກຳປ່າໄມ້, ປ້ອງກັນຊາດທົ່ວປວງຊົນຫວຽດນາມ, ໂຄສະນາສູນກາງພັກ, ປະຫວັດ-ການທະຫານ 852 ສະບັບ ເເລະ ຈຳໜ່າຍຂ່າວຄົ້ນຄ້ວາໃຫ້ການນຳ 683  ສະບັບ ແລະ ວຽກງານປິ່ນອ້ອມອື່ນໆກໍມີຜົນສໍາເລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ