
ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມ 213
ເວລາອອກຂ່າວ: 2025-01-15 12:15:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 798 | ຄວາມນິຍົມ:
ພິທີປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກົມ 213 ໄດ້ຈັດຂຶ້ນ ໃນວັນທີ 15 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ພູວອນ ເມກສະຫວັນ ຮອງຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາຫ້ອງການ, ກົມກອງຮາກຖານ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພັນເອກ ສີຈັນ ບຸດວິເສດ ຫົວໜ້າຫ້ອງການເມືອງ ກົມ 213 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມ 213 ລວມທັງໝົດ 175 ສະຫາຍ ໃນນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 92 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 75 ສະຫາຍ ແລະ ເລື່ອນຊັ້ນ-ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 8 ສະຫາຍ.
ໂດຍ: ນາງ ໜູແດງ ພົມມະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ