
ຄະນະພັກ-ຄະນະບັນຊາ ທະຫານແຂວງບໍ່ແກ້ວ ເຄື່ອນໄຫວເຮັດວຽກ ຢູ່ບັນດາກົມກອງຮາກຖານຂຶ້ນກັບ
ເວລາອອກຂ່າວ: 2025-01-15 11:26:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 635 | ຄວາມນິຍົມ:
ໃນລະຫວ່າງວັນທີ 11-13 ມັງກອນ 2025 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເຄື່ອນໄຫວເຮັດວຽກງານ ສຶກສາອົບຮົມແນວຄິດໃຫ້ ພະນັກງານ-ນັກຮົບ ຢູ່ບັນດາກົມກອງຮາກຖານທົ່ວທະຫານແຂວງບໍ່ແກ້ວ ເຊິ່ງໄດ້ແບ່ງຄວາມຮັບຜິດຊອບອອກເປັນ 3 ຈຸ ຄື: ຈຸ 1 ນຳໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ຈຸ 2 ນຳໂດຍ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຈຸ 3 ນຳໂດຍ ສະຫາຍ ພັນເອກ ຄຳສອນ ໄຊຍະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ.
ການເຄື່ອນໄຫວຄັ້ງນີ້, ເຊິ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ກ່ຽວກັບວຽກງານດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງເປັນບັນຫາສຳຄັນ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຈັດຕັ້ງປະຕິບັດລະບອບປະຈຳການ, ກຽມພ້ອມສູ້ຮົບ ແຕ່ລະພາວະຢ່າງເຂັ້ມງວດ, ຈັດຕັ້ງກຳລັງອອກເຄື່ອນໄຫວສາລະເວ ຕາມຂອບເຂດຮັບຜິດຊອບ, ປ້ອງກັນບັນດາການນໍາຂັ້ນເທິງທີ່ລົງມາຢ້ຽມຢາມກົມກອງ, ສ້າງແຜນການເຄື່ອນໄຫວ ເພື່ອຊອກຄົ້ນສັດຕູ ແລະ ກຸ່ມຄົນບໍ່ຫວັງດີທີ່ອາດຈະເຂົ້າມາກໍ່ຄວາມບໍ່ສະຫງົບຢູ່ພາຍໃນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ.
ໂອກາດນີ້, ຄະນະພັກ-ຄະນະບັນຊາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ແຕ່ລະກົມກອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງ, ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຂອງກອງທັບຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ, ສືບຕໍ່ຕິດຕາມສະພາບການຢ່າງຮອບດ້ານຢູ່ແຕ່ລະຈຸດ, ແຕ່ລະຂອບເຂດຄວາມຮັບຜິດຊອບຂອງກົມກອງ, ມີສະຕິລະວັງຕົວຍົກສູງຕໍ່ໜ້າທີ່ການເມືອງທີ່ຂັ້ນເທິງໄດ້ມອບໝາຍໃຫ້ເປັນຢ່າງດີ, ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ໃນການເຜີຍແຜ່ໂຄສະນາຂົນຂວາຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມຢ່າງເປັນຂະບວນຟົດຟື້ນ, ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງສ້າງໃຫ້ຕົນເອງ ມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ຕ້ອງຮູ້ຈັກຈຳແນກໄດ້ມິດສັດຕູ, ກຳແໜ້ນແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກຍ່າງເຂັ້ມງວດ.
ຂ່າວໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ