ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ​ ໃນ​ທຸກ​ດ້ານ
ເວລາອອກຂ່າວ: 2025-01-15 09:08:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 618 | ຄວາມນິຍົມ:



ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ​ແມ່ນເຫຼົ່າ​ຮົບ​ວິຊາ​ສະເພາະ ເປັນ ​ກຳລັງ​ໄຟ​ຈຸດ​ໜັກຂອງກອງທັບ​ ປະຊາຊົນ​ລາວ ເຊິ່ງ​ໄດ້​ປະກອບ ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາ ລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໃນ​ຊຸມ​ປີຜ່ານມາ ນອກຈາກ​ໄດ້​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ເຫຼົ່າ​ຮົບ​ແລ້ວ ແຕ່​ລະ​ກົມ​ກອງ​ເຫຼົ່າ​ຮົບຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ອີງໃສ່​ບົດ​ລາຍ​ງານ​ການ ເຄື່ອນໄຫວ​ວຽກ​ງານ​ຮອບດ້ານ ໄລຍະ​ແຕ່​ປີ 2019-2024 ຂອງ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນ ໄດ້​ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ ຄະນະ​ພັກ-ຄະນະ​ບັນຊາ ບັນດາ​ກົມ​ກອງ​ເຫຼົ່າ​ຮົບຍາມ​ໃດ​ກໍ​ໄດ້​ຖື​ສຳຄັນວຽກ​ງານ​ປັບປຸງ​ກໍ່ສ້າງ​ກຳລັງ ໂດຍ​ສະເພາະ​ແມ່ນການ​ປັບປຸງ​ກໍ່ສ້າງ​ກຳລັງ​ທາງ​ດ້ານ​ການເມືອງ​-ແນວ​ຄິດ ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາ ບັນດາ​ກົມ​ກອງ​ເຫຼົ່າ​ຮົບ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​-ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ ຢ່າງ​ເປັນ​ປົກກະຕິ​ຕໍ່​ເນື່ອງ, ເຮັດ​ດ້ວຍ​ຫຼາຍ​ວິທີ​ການ, ສອດຄ່ອງ​ກັບ​ສະ ພາບ​ຕົວ​ຈິງ, ໄດ້​ນຳ​ເອົາ​ບັນດາ​ເອກະສານ​ສຳຄັນ, ມະຕິ​ຕ່າງໆ ຂອງ​ຂັ້ນ​ເທິງມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ຢ່າງ​ທົ່ວ​ເຖິງ ອັນ​ໄດ້​ເຮັດ​ໃຫ້​ພະນັກງານ-ນັກຮົບ ​ໃນ​ທົ່ວ​ກົມ​ກອງ​ເຫຼົ່າ​ຮົບ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ມີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ຕາມ​ການຈັດຕັ້ງ​ຂັ້ນ​ເທິງມອບ​ໝາຍ​ໃຫ້, ດ້ານ​ວຽກ​ງານ​ກໍ່ສ້າງ​ພັກ ຄະນະ​ພັກ​ແຕ່​ລະ​ຂັ້ນໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກ​ໃນ​ທຸກ​ດ້ານ ບົນ​ພື້ນຖານ​ປະຕິບັດ​ຖືກຕ້ອງ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ເຮັດ​ໃຫ້​ຫຼາຍ​ຫົວໜ່ວຍ​ກົມ​ກອງກາຍເປັນ​ໜ່ວຍ​ ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ. ມາ​ຮອດ​ປັດຈຸບັນ ທົ່ວ​ເຫຼົ່າ​ຮົບ​ມີ 4 ອົງຄະ​ນະ​ພັກ​ກອງພັນ​ໃຫຍ່, ມີ 15 ຄະນະ​ພັກ​ຮາກ​ຖານ, 87 ໜ່ວຍ​ພັກ​ຮາກ​ຖານ ໃນ​ນີ້, ມີ 52 ຄະນະ​ພັກ ແລະ ໜ່ວຍ​ພັກ​ຮາກ​ຖານ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ມີ​ສະມາຊິກພັກແຂງ ​ກວມ​ເອົາ 70% ແລະ ມີ​ຫຼາຍ​ ກົມກອງກາຍເປັນ​ກົມ​ກອງ​ປອດ​ໃສ, ປອດ​ໄພ, ປອດ​ຄະດີ, ແຕ່​ລະ​ກົມ​ກອງໄດ້​ສຸມ​ໃສ່​ກໍ່ສ້າງ​ພະ ນັກງານ​ສືບ​ທອດ​ປ່ຽນ​ແທນໄດ້​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ, ມີ​ແຜນ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ຖືກ​ຕາມ​ລະບົບ ແລະ ເອົາໃຈໃສ່​ຍົກ​ລະດັບ​ດ້ານ​ວິຊາ​ສະເພາະ​ຂອງ​ພະນັກງານ-ນັກຮົບ ​ໃຫ້​ນັບ ​ມື້​ສູງ​ຂຶ້ນ. ໃນ​ໄລຍະ 5 ປີຜ່ານ ມາ, ພະນັກງານ-ນັກຮົບ ໄດ້ຮັບ​ ທຶນ​ໄປ​ກໍ່ສ້າງ​ຢູ່​ພາຍ​ໃນ ຂັ້ນ​ປະ ລິນຍາ 176 ສະຫາຍ, ນາຍ​ສິບ ​ປືນ​ໃຫຍ່ 187 ສະຫາຍ, ໄປ​ຮໍ່າ ຮຽນ​ກໍ່ສ້າງ ແລະ ບຳລຸງ​ວິຊາ​ສະເພາະ​ຢູ່​ຕ່າງປະເທດ ລວມ​ທັງ​ ໝົດ 131 ສະຫາຍ. ອົງ​ການຈັດ ຕັ້ງ​ມະຫາຊົນແມ່ນ​ກຳລັງ​ແຮງ ​ຕົ້ນຕໍຂອງ​ຄະນະ​ພັກ-ຄະນະ​ບັນ ຊາ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າ ທີ່​ການເມືອງ​ຂອງ​ກົມ​ກອງ, ຕະ ຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງ​ທົ່ວ​ເຫຼົ່າ​ຮົບ ຈຶ່ງ​ໄດ້​ເອົາໃຈໃສ່​ຊີ້​ນຳ​ຊຸກຍູ້​ໃຫ້​ອົງ​ການຈັດຕັ້ງ​ມະຫາຊົນ ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ຊຸກຍູ້​ຂະ​ບວນ​ການ 4 ບຸກ​ຂອງ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ 3 ດີ​ ຂອງ​ສະຫະພັນ​ແມ່ຍິງ ​ໃຫ້​ເປັນ​ຂະ​ບວນ​ການ​ຟົດ ຟື້ນ​ຕໍ່​ເນື່ອງ. ດ້ານ​ວຽກ​ງານ​ອົບ ຮົມ-ຫັດ​ແອບ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ເພື່ອ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ປະ​ສິດທິ​ຜົນ​ສູງ, ບັນດາ​ກົມ​ກອງ​ເຫຼົ່າ​ຮົບໄດ້​ຈັດ​ຕັ້ງ ​ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ ຕາມ​ທິດ​ຊີ້​ນຳ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ກົມ​ປືນ​ໃຫຍ່​ໜ້າດິນຢ່າງ​ເປັນ​ປົກກະຕິ ສາມາດ​ປະ​ເມີນ​ຜົນ​ໄດ້​ຮັບດັ່ງນີ້: ປະເພດ​ເກັ່ງ ກວມເອົາ 31,93%, ກາງ 34,09% ແລະ ລະດັບ​ຄາດໝາຍ 27,75%. ນອກຈາກ​ແຕ່​ລະ​ກົມ​ກອງ​ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ ແລະ ຍິງ​ລູກປືນ​ແທ້​ປະຈຳ​ປີ​ແລ້ວ, ກົມ​ປືນ​ໃຫຍ່​ໜ້າດິນ ຍັງ​ໄດ້​ຈັດ​ຕັ້ງ​ເປີດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ການ​ນຳ​ໃຊ້​ປືນ DKB, ການ​ນຳ​ໃຊ້​ອຸປະກອນ​ບັນຊາ​ຍົນ​ບໍ່​ມີ​ຄົນຂັບ ຢູ່​ກອງພັນ​ໃຫຍ່ 621 ຮ່ວມ​ກັບ​ ຊ່ຽວຊານ ​ສປ ຈີນ ແລະ ກົມ​ອຸດສາຫະກຳ​ປ້ອງ​ກັນ​ຊາດ ​ຕື່ມ​ອີກ. ພິເສດແມ່ນ​ໄດ້​ນຳ​ໃຊ້​ກຳລັງ 1 ກອງຮ້ອຍ SR-5 ຈາກ​ກອງພັນ​ໃຫຍ່ 621, ຈັດ​ຕັ້ງ 1 ກອງຮ້ອຍ BM-21 ຈາກ​ກອງພັນ​ໃຫຍ່ 605, 1 ກອງຮ້ອຍ​ປືນ 122 ຈາກ​ກອງພັນ 631 ກອງ​ພົນ​ທີ 1 ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຍິງ​ສະແດງຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ໄດ້​ຮັບ​ຜົນສຳ ເລັດ​ເປັນ​ຢ່າງ​ດີ ແລະ ມີ​ຄວາມ​ປອດ​ໄພ 100% ພ້ອມ​ກັນ​ນີ້, ຍັງ​ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ ຍິງ​ລູກປືນ​ແທ້​ທົດ​ລອງ​ລະບົບ​ເດ​ລາ 10, 40 ຈັບ​ເປົ້າ​ໝາຍຢູ່​ສະໜາມ​ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ລາ​ໂຣດ 2022 ແລະ ຊ້ອມ​ຮົບ​ຂໍ່ານັບ​ຮັບ​ຕ້ອນ ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 73 ປີ. ສ່ວນ​ວຽກ​ງານ​ຈັດ​ຕັ້ງ ແລະ ຄຸ້ມ​ຄອງ​ຈຳນວນ​ພົນ, ໃນ​ໄລຍະ 5 ປີຜ່ານມາ ກົມ​ປືນ​ໃຫຍ່​ໜ້າດິນ ໄດ້​ຂະຫຍາຍ​ເພີ່ມ​ຕື່ມ 2 ພະ​ແນກ ຄື: ພະ​ແນກ​ຈັດ​ຕັ້ງ​ປະກອບ ແລະ ພະ​ແນກ​ສື່ສານ, ຂະຫຍາຍ​ເພີ່ມ​ຕື່ມ 2 ກອງພັນ​ໃຫຍ່ ຄື: ກອງພັນ​ໃຫຍ່ 611, ກອງພັນ​ໃຫຍ່ 619, ກອງຮ້ອຍ 36 ທະຫານ​ແຂວງ​ວຽງ​ຈັນ, ຂະແໜງ​ປືນ​ໃຫຍ່ ກອງ ພັນ​ໃຫຍ່ 941, ພະ​ແນກ​ປືນໃຫຍ່ ໂຮງຮຽນ​ນາຍ​ສິບ​ເຫຼົ່າ​ຮົບ​ບ້ານ​ແປນ ພ້ອມ​ທັງ​ໄດ້​ປະກອບ​ພະນັກ ງານ​ຄູ-ອາຈານ​ສຳເລັດ, ສ່ວນ ​ດ້ານ​ກຳລັງ​ພົນ​ປະກອບ​ໃຫ້​ບັນ ດາ​ກົມ​ກອງ​ເຫຼົ່າ​ຮົບ ຖ້າ​ທຽບໃສ່​ຫຼັກການ​ປະກອບ​ແມ່ນ​ປະຕິບັດ​ໄດ້​ປະມານ 70%, ໄດ້​ປັບປຸງ​ຄືນນິຕິ​ກຳ​ຂັ້ນ​ກອງພັນ​ໃຫຍ່​ສຳ ເລັດ ແລະ ໄດ້​ສ້າງ​ນິຕິ​ກຳ​ການ​ປະກອບ​ປືນ​ລາບ ໃຫ້​ບັນດາ​ກົມ​ກອງ​ປືນ​ໃຫຍ່​ໜ້າດິນ​ແຕ່​ຂັ້ນ​ກອງ ຮ້ອຍຮອດ​ຂັ້ນ​ກອງພັນ​ໃຫຍ່​ສຳ ເລັດ​ໃນ​ປີ 2020. ຜ່ານ​ການ​ເຮັດ​ວຽກ​ງານປັບ ປຸງ​ກໍ່ສ້າງ​ກຳລັງໃນ​ໄລຍະຜ່ານ ​ມາ ໄດ້​ເຮັດ​ໃຫ້​ກົມ​ກອງ​ເຫຼົ່າຮົບ​ ປືນ​ໃຫຍ່​ໜ້າດິນນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ, ໜັກ​ແໜ້ນ ແລະ ສາ ມາດ​ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ​ເຫຼົ່າ​ຮົບ ຕາມ​ທີ່​ພັກ-ລັດ ແລະ ປະເທດ​ຊາດ ມອບ​ໝາຍ​ໃຫ້. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ