ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງ​ໂທລະພາບ​ກອງທັບ ມອບ​ເຄື່ອງ​ ອຸປະກອນ​ໄອ​ທີ ໃຫ້​ກອງ​ພົນ​ທີ 1
ເວລາອອກຂ່າວ: 2025-01-15 09:07:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 605 | ຄວາມນິຍົມ:



ໃນ​ວັນ​ທີ 9 ມັງກອນ 2025 ນີ້, ສະຫາຍ ພັນ​ໂທ ທອງ​ນຶກ ທອງ​ປະສິດ ຮອງ​ຫົວໜ້າ​ກອງໂທ ລະພາບ​ກອງທັບ ພ້ອມ​ດ້ວຍ​ຄະ ນະ, ມີ​ ທ່ານ ພອນ​ປະເສີດ ຈັນທຸມ ​ພອນ ຜູ້ອຳນວຍການ​ບໍລິສັດ ພີ​ແອວ ພ້ອມ​ດ້ວຍ​ວິຊາ​ການ ໄດ້​ເຄື່ອນ​ໄຫວ​ມອບ​ເຄື່ອງ​ອຸປະກອນ​ໄອ​ທີ (ຮັບ​ສົ່ງ​ຂໍ້​ມູນ​ຂ່າວ-ບົດ) ແລະ ຕິດ​ຕັ້ງ​ອຸປະກອນ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ ສົ່ງ​ຂໍ້​ມູນ​ຂ່າວ-ບົດ ໃຫ້​ກອງ​ພົນ​ທີ 1, ໂດຍ​ມີ​ສະຫາຍ ພັນ​ໂທ ບຸນ​ເລີດ ຄຳ​ໂພ​ໄຊ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ ​ທີ 1 ພ້ອມ​ດ້ວຍ​ຄະນະ​ໃຫ້ການ​ຕ້ອນຮັບ. ອີງ​ຕາມ​ແຜນການ​ກໍ່ສ້າງ​ສູນ​ຜະລິດ​ຂ່າວ​ໂທລະພາບ​ກອງທັບ ຢູ່​ບັນດາ​ກົມ​ກອງ-ທ້ອງຖິ່ນ ເພື່ອ ​ກໍ່ສ້າງ​ສູນ​ຂ່າວ​ໂທລະພາບ​ກອງ ທັບ ຢູ່​ບັນດາ​ກອງ​ພົນ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ໃນ​ທົ່ວ​ປະເທດ ເຮັດ​ໃຫ້ການ​ຮັບສົ່ງ​ ຂໍ້​ມູນ​ຂ່າວ-ບົດ ລະຫວ່າງກົມ​ ກອງ​ທ້ອງຖິ່ນ ກັບ ສະຖານີໂທ ລະພາບ​ກອງທັບ ມີ​ຄວາມ​ສະ ດວກ​ວ່ອງໄວ, ທັນ​ກັບ​ສະພາບ​ການ, ອີງ​ຕາມ​ໜັງສື​ແຈ້ງ​ຕອບ ຂອງ​ໂຄງການ​ສື່ສານ​ຮັບ​ໃຊ້​ການ​ນຳ ແລະ ພາກ​ລັດ​ບໍລິຫານ ກ່ຽວ​ກັບ​ການ​ສະໜອງ​ສາຍໄຍ ​ແກ້ວ, ອຸປະກອນ​ເຄື່ອງສົ່ງ ແລະ ອຸປະກອນ​ປາຍທາງ ເພື່ອຕອບ​ສະໜອງ​ລະບົບ DPLC ໃຫ້​ກັບ 5 ກອງ​ພົນ, 17 ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ 1 ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ. ສຳລັບ​ອຸປະ ກອນ​ໄອ​ທີ ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້, ກອງ​ໂທລະພາບ​ກອງທັບໄດ້​ ປະກອບ​ຄົບ​ຊຸດ ຈຳນວນ 1 ຊຸດ ໃນ​ນັ້ນ, ມີ​ຊຸດ​ຄອມ​ພິວ​ເຕີຕັ້ງ​ ໂຕະ, ໂຕະ, ຕັ່ງ, ເຄື່ອງຮັບ​ສົ່ງ​ຂໍ້​ມູນ​ຂ່າວ-ບົດ Desktop PC+Table ມອບ​ໃຫ້​ກອງ​ພົນ​ທີ 1 ເປັນ​ຜູ້​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ສົ່ງ​ຂໍ້​ມູນ​ຂ່າວ​ຂອງ​ກົມ​ກອງ. ຈາກ​ນັ້ນ, ກໍ​ໄດ້​ມອບ-ຮັບ​ຢ່າງ​ເປັນ​ທາງ​ການ, ຕາງໜ້າ​ມອບ​ໂດຍ​ສະຫາຍ ພັນ​ໂທ ຄຳ​ສອນ ຈິນ​ທະ​ປັນຍາ ຫົວໜ້າ​ພະ​ແນກ​ບໍລິຫານ-ສັງ​ລວມ ກອງ​ໂທລະພາບ​ກອງທັບ ແລະ ຮັບ​ໂດຍ​ສະຫາຍ ພັນ​ໂທ ບຸນ​ເນືອງ ສຸດ​ດາ​ວົງ ຫົວໜ້າ​ພະ​ແນກ​ໂຄສະນາ​ອົບຮົມ ກອງ​ພົນ​ທີ 1, ໂດຍ​ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເປັນ​ສັກຂີ​ພະຍານ. ໂອກາດ​ນີ້, ສະຫາຍ ພັນ​ໂທ ບຸນ​ເລີດ ຄຳ​ໂພ​ໄຊ ໄດ້​ຕາງໜ້າ​ກ່າວ​ສະແດງ​ຄວາມ​ຂອບໃຈ ຕໍ່​ກອງ​ໂທລະພາບ​ກອງທັບ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ ແລະ ຄວາມ​ຈຳເປັນ​ຂອງ​ວຽກ​ງານ​ຂ່າວສານ​ສື່​ມວນ​ຊົນ ຢູ່​ກອງ​ພົນ​ທີ 1 ຈຶ່ງ​ໄດ້​ມອບ​ອຸປະກອນ​ເຕັກນິກ​ທີ່​ທັນ​ສະໄໝ​ໃຫ້​ໃນ​ຄັ້ງ​ນີ້, ເພື່ອ​ຄວາມ​ສະດວກ​ໃນ​ການ​ນຳ​ສົ່ງ​ຂໍ້​ມູນ​ຂ່າວໃຫ້​ແກ່​ກອງ​ໂທລະພາບ​ກອງທັບມີ​ຄວາມ​ວ່ອງໄວ, ທັນ​ກັບສະພາບ​ເຫດການ ແລະ ມີ​ ປະສິດທິພາບ​ສູງ. ໂດຍ: ຊັນ​ໂດ ລາດ​ຊະ​ພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ