
ຄະນະຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ມອບເຄື່ອງອຸປະກອນ ໂຊລາເຊວ ໃຫ້ຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2025-01-15 09:03:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 649 | ຄວາມນິຍົມ:
ໃນວັນທີ 14 ມັງກອນ 2025 ນີ້, ຄະນະຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ມອບເຄື່ອງອຸປະກອນ ໂຊລາເຊວ ຈຳນວນ 20 ຊຸດ ໃຫ້ຫ້ອງການຊາວໜຸ່ມກອງທັບ ລວມມູນຄ່າ 11.000.000 ກີບ, ໂດຍການກ່າວມອບຂອງ ສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ສະ ຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການ ຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນໂທ ຫົງທອງ ສີຊານົນ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະຊາວໜຸ່ມ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ນຳເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້ ເພື່ອເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນຂະບວນການຂ່ຳນັບຮັບຕ້ອນວັນປະ ຫວັດສາດຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ ແລະ ໃຫ້ສັນຍາວ່າຈະນຳເອົາອຸປະກອນ ດັ່ງກ່າວນີ້ໄປມອບຕໍ່ໃຫ້ບັນດາ ກົມກອງທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງໃນໂອກາດດຽວກັນນີ້, ຄະນະຊາວໜຸ່ມກະຊວງພະລັງ ງານ ແລະ ບໍ່ແຮ່ ຍັງໄດ້ມອບກະຕ່າ ຂອງຂວັນອວຍພອນຫ້ອງການ ຊາວໜຸ່ມກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 76 ປີ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ