
ກະຊວງພະລັງງານ ແລະ ບໍ່ແຮ່ ມອບເຄື່ອງອຸປະກອນ ໂຊລາເຊວ ໃຫ້ຫ້ອງການຊາວໜຸ່ມກອງທັບ
ເວລາອອກຂ່າວ: 2025-01-14 15:16:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:
ວັນທີ 14 ມັງກອນ 2025 ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເຄື່ອງອຸປະກອນ ໂຊລາເຊວ ໃຫ້ຫ້ອງການຊາວໜຸ່ມກອງທັບ ລວມມູນຄ່າ 11 ລ້ານກີບ, ໂດຍການກ່າວມອບຂອງສະຫາຍ ປອ ສຸກວິສັນ ຄິນສະໝອນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນໂທ ຫົງທອງ ສີຊານົນ ໄດ້ສະແດງ ຄວາມຂອບໃຈຕໍ່ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ນຳເອົາອຸປະກອນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 76 ປີ, ( 20 ມັງກອນ 1949- 20ມັງກອນ 2025 ) ແລະ ໃຫ້ສັນຍາວ່າຈະນຳເອົາອຸປະກອນດັ່ງກ່າວນີ້ນຳໃຊ້ເຂົ້າໃນວຽກງານຫ້ອງການໃຫ້ໄດ້ຮັບຜົນດີທີ່ສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ