ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ມອບ-ຮັບໜ້າທີ່ ຫົວໜ້າການເມືອງ, ຫົວໜ້າການທະຫານ ກອງພົນທີ 2
ເວລາອອກຂ່າວ: 2025-01-14 15:14:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 766 | ຄວາມນິຍົມ:



ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າການເມືອງ, ຫົວໜ້າການທະຫານ ກອງພົນທີ 2 ລະຫວ່າງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 (ຜູ້ເກົ່າ), ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ (ຜູ້ເກົ່າ), ຮັກສາການຫົວໜ້າການເມືອງ (ຜູ້ໃໝ່) ແລະ ສະຫາຍ ພັນເອກ ສອນເພັດ ຈັນສົມ ຮັກສາການຫົວໜ້າການທະຫານ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 14 ມັງກອນ 2025 ນີ້, ມີບັນດາສະຫາຍຄະນະຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງ ກອງພົນທີ 2 (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ ຫົວໜ້າການທະຫານ (ຜູ້ເກົ່າ), ຮັກສາການຫົວໜ້າການເມືອງ (ຜູ້ໃໝ່) ໄດ້ພັດປ່ຽນກັນຜ່ານບົດສະຫຼຸບຫຍໍ້ໃນໄລຍະຜ່ານມາທີ່ດໍາລົງຕໍາແໜ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຕ່າງໆຕາມພາລະບົດບາດ, ໜ້າທີ່ ຂອງຕົນ ເຊິ່ງສາມາດສ້າງໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ ໄດ້ຊີ້ນໍາໃກ້ຊິດບັນດາອົງການ, ກົມກອງ ເຮັດໃຫ້ສະພາບມີຄວາມສະຫງົບ, ໃນຂົງເຂດວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງງານພະລາທິການ-ເຕັກນິກ, ວຽກງານພົວພັນກັບທ້ອງຖິ່ນ ແລະ ສາກົນ ແລະ ວຽກງານອື່ນໆ ມີຜົນສຳເລັດເປັນຢ່າງດີ. ສະຫາຍ ພົນຈັດຕະວາ ຄໍາດີ ໄຊຍະວົງ (ຜູ້ເກົ່າ) ແລະ ສະຫາຍ ພັນເອກ ສອນເພັດ ຈັນສົມ ຜູ້ໃໝ່ ກໍໄດ້ພັດປ່ຽນກັນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະຕັ້ງໜ້າປະຕິບັດຕາມໜ້າທີ່ວຽກງານ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃນການນໍາພາ-ຊີ້ນໍາຂົງເຂດວຽກງານຕ່າງໆຕາມພາລະບົດບາດ, ໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຮັບຜິດຊອບສູງ. ພ້ອມທັງ ເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ