ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກອງປະຊຸມ ຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2025-01-14 14:23:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 536 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ເປີດກວ້າງ, ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກຳມະການຄະນະປະຈຳພັກ, ກຳມະການຄະນະພັກ ແລະ ເລຂາຄະນະພັກຮາກຖານ ບັນດາກົມກອງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການນຳພາ ຂອງຄະນະພັກກົມໃຫຍ່ການເມືອງກອງທັບ ປີ 2024 ຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກກົມໃຫຍ່ການເມືອງກອງທັບ ກໍຄື ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກົມໃຫຍ່ການເມືອງກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າສູ່ວຽກງານຕົວຈິງຂອງແຕ່ລະກົມກອງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ສຸມໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບ ວຽກງານ 3 ສ້າງ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຈັດຕັ້ງພັກ, ວຽກງານພະນັກງານ, ວຽກງານນະໂຍບາຍ, ວຽກງານປະກັນສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນພາຍໃນ, ວຽກງານກວດກາ, ວຽກງານໄອຍະການ, ວຽກງານສານ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນດ້ວຍຫຼາຍຮູບການທີ່ແທດເໝາະ ແລະ ທັນການ, ສຸມໃສ່ສ້າງຂະບວນການດ້ານຕ່າງໆ ພາຍໃນກົມກອງໃຫ້ມີຄວາມຟົດຟື້ນຕໍ່ເນື່ອງ ເຮັດໃຫ້ບັນຍາກາດທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມເບີກບານມ່ວນຊື່ນ, ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ກໍຄື ໜ້າທີ່ການເມືອງຂອງຕົນ, ພ້ອມທັງ ໄດ້ຜ່ານທິດທາງແຜນການຈຸດສຸມ ໃນປີ 2025 ຕື່ມອີກ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຊີ້ນຳຜູ້ແທນກອງປະຊຸມ ໃຫ້ສຸມໃສ່ ຄົ້ນຄວ້າປະກອບຄໍາຄິດເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ ດ້ວຍຄວາມຮັບຜິດຊອບສູງ, ເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄື ວິທີການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງ, ທັນກັບສະພາບການ, ເພື່ອຮັບປະກັນໃນການວາງແຜນວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງ ຂອງກອງທັບ ດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ