ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ກົມ ວສ-ປສ ການທະຫານ ປິດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2025-01-14 12:09:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 439 | ຄວາມນິຍົມ:



ພິທີປິດຂະບວນການແຂ່ງຂັນກິລາ ທົ່ວກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2025 ນີ້, ຢູ່ເດີ່ນກິລາບານສົ່ງ ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍຮອງຫົວໜ້າກົມ, ຫົວໜ້າຫ້ອງ, ຮອງຫົວໜ້າຫ້ອງ ແລະ ພະແນກການ ຕະຫຼອດຮອດນັກກິລາພາຍໃນກົມ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກການເມືອງ ໄດ້ສະຫຼຸບຄືນຂະບວນການແຂ່ງຂັນກິລາພາຍໃນກົມວ່າ: ຂະບວນການແຂ່ງຂັນໄດ້ເປີດແຕ່ຕົ້ນເດືອນທັນວາ ຈົນຮອດປັດຈຸບັນ, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະພັກຮາກຖານ ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ໃຫ້ເປັນຂະບວນການຟົດຟື້ນ. ສຳລັບກິລາທີ່ມາແຂ່ງຂັນໃນຄັ້ງນີ້ປະກອບມີ 3 ປະເພດກິລາຄື: ກິລາບານສົ່ງປະສົມຍິງ-ຊາຍ, ກິລາເປຕັງປະສົມຍິງ-ຊາຍ ແລະ ກິລາກະຕໍ້, ມີທີມນັກກິລາເຂົ້າຮ່ວມທັງໝົດ 7 ທີມ ໄດ້ແຂ່ງຂັນຄົບທຸກທີມເພື່ອຄັດເລືອກເອົາທີມທີ່ມີຄະແນນທີ່ດີທີ່ສຸດ. ຜົນການແຂ່ງຂັນຕົວຈິງ ປະເພດບານສົ່ງປະສົມຍິງ-ຊາຍ ທີ I ແມ່ນຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທີ II ຫ້ອງປະຫວັດສາດ-ວິທະຍາສາດສັງຄົມ ແລະ ທີ III ຫ້ອງຂໍ້ມູນ-ຂ່າວສານ, ປະເພດກິລາເປຕັງທີມປະສົມຍິງ-ຊາຍ, ທີ I ພະແນກການເມືອງ, ທີ II ຫ້ອງຍຸດທະສາດການທະຫານ ແລະ ທີ III ຫ້ອງການ, ສ່ວນປະເພດກິລາກະຕໍ້, ທີ 1 ຫ້ອງປະຫວັດສາດ-ວິທະຍາສາດສັງຄົມ, ທີ II ຫ້ອງຍຸດທະສາດການທະຫານ, ທີ III ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ. ກິລາດຶງເຊືອກ ທີ I ຫ້ອງຍຸດທະສາດການທະຫານ ແລະ ກິລາແລ່ນໄຖ່ ທີ I ຫ້ອງການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ມອບລາງວັນໃຫ້ແຕ່ລະທີມຢ່າງສົມກຽດ ພ້ອມທັງກ່າວປິດຂະບວນການແຂ່ງຂັນກິລາຄັ້ງນີ້ຢ່າງເປັນທາງການ. ໂດຍ: ນາງ ຈັນທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ