ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ການ​ແຂ່ງຂັນ​ເຕະບານ ຊີງ​ຂັນ​ເລຂາ​ຄະນະ​ບໍລິຫານ​ງານ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ຫຼື Lao Youth Union Cup ຄັ້ງ​ທີ 2
ເວລາອອກຂ່າວ: 2025-01-14 09:32:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ການ​ຖະແຫຼງ​ຂ່າວ​ກ່ຽວ​ກັບ​ການ​ແຂ່ງຂັນ​ເຕະບານ ຊີງ​ຂັນ​ ເລຂາ​ຄະນະ​ບໍລິຫານ​ງານສູນ​ ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ ຫຼື Lao Youth Union Cup ຄັ້ງ​ທີ 2 ໄດ້ຈັດ​ຂຶ້ນວັນ​ທີ 9 ມັງກອນ 2025 ທີ່​ສູນກາງ ​ຊາວ​ໜຸ່ມ​ປະຊາຊົນ​ປະຕິ ວັດ​ລາວ ໂດຍ​ມີ ທ່ານ ທອງ​ລີ ສີ​ສຸ​ລິດ ຮອງເລຂາຄະນະ​ບໍລິຫານງານສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ, ຄະນະ​ຮັບຜິດຊອບຈັດ ການ​ແຂ່ງຂັນ, ທ່ານ ຈັນທະວົງ ປັນຍາ​ສິລິ ຮອງ​ຫົວໜ້າ​ກົມ​ກິລາ​ລະດັບ​ສູງ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ພ້ອມ​ດ້ວຍ​ຜູ້ຕາງ ໜ້າ​ຈາກ​ບໍລິສັດ​ຜູ້​ອຸປະຖຳ ແລະ ຄະນະ​ນັກ​ກິລາ​ເຂົ້າ​ຮ່ວມ. ການ​ແຂ່ງຂັນ​ຄັ້ງ​ນີ້ ແມ່ນ​ການ​ຮ່ວມ​ມື​ລະຫວ່າງ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ກັບ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ພາກ​ທຸລະ​ກິດ ເຊິ່ງ​ປະກອບ ​ມີ: ບໍລິສັດ​ຮຸ່ງ​ອາ​ລຸນ ການ​ຄ້າ ເອ​ເລັກ​ໂຕຣ​ນິກ, ບໍລິສັດ ຜະລິດ​ຊຸດ​ກິລາ​ອີ​ໂວ ແລະ ສະໜາມກິລາ ລ້ານ​ຊ້າງ​ອິນ​ທຣາ, ເຊິ່ງ​ການ​ຈັດການ​ແຂ່ງຂັນ​ດັ່ງກ່າວ ເພື່ອ​ ເປັນ​ການ​ສ້າງ​ຂະ​ບວນ​ການຂໍ່າ ນັບ​ຮັບ​ຕ້ອນ 3 ວັນ​ປະຫວັດສາດ​ ຂອງ​ຊາດ​ຂອງ​ພັກ​ຄື: ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບ ຮອບ 70 ປີ, ວັນຊາດ ​ທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນ​ເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມ​ນັ້ນກໍເປັນ​ ການ​ສ້າງ​ຂະ​ບວນ​ການ​ຕ້ອນຮັບ​ວັນ​ ສ້າງຕັ້ງ​ຄະນະ​ຊາວ​ໜຸ່ມປະຊາຊົນ ປະຕິວັດ​ລາວ​ຄົບຮອບ 70 ປີ; ຜັນ​ຂະຫຍາຍ​ວາລະ​ແຫ່ງ​ຊາດ ໃນ​ການ​ຕ້ານ ແລະ ສະກັດ​ກັ້ນ​ບັນຫາ​ຢາ​ເສບ​ຕິດ ເຊິ່ງ​ເປັນ​ການ​ປູກ​ຈິດ​ສຳນຶກ​ໃຫ້​ຊາວ​ໜຸ່ມ ເຍົາວະ​ຊົນ​ຫັນ​ມາ​ຫຼິ້ນ​ກິລາ ແລະ ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ; ພ້ອມ​ດຽວ​ກັນ​ນັ້ນ ກໍ​ເປັນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ ລະຫວ່າງ​ຄະນະ​ຊາວ​ໜຸ່ມ ບັນດາ​ອົງການ, ກະ ຊວງ, ນະຄອນຫຼວງ​ວຽງ​ຈັນ. ການ​ແຂ່ງຂັນ​ເຕະບານ​ໃນ​ຄັ້ງ​ນີ້ ມີ​ຄະນະ​ກິລາ​ຊາວ​ໜຸ່ມ​ຈາກ​ບັນດາ​ອົງການ, ກະຊວງ ແລະ ນະຄອນຫຼວງ ເຂົ້າ​ຮ່ວມ 24 ທີມ. ໃນ​ນັ້ນ, ແບ່ງ​ອອກ​ເປັນ 4 ສາຍ, ສາຍ​ລະ 6 ທີມ, ແຂ່ງ​ພົບ​ກັນ​ໝົດ​ໃນ​ສາຍ ແລ້ວ​ຄັດ​ເອົາ​ທີ 1 ​ເເລະ ທີ 2 ຂອງ​​ເເຕ່​ລະ​ສາຍ​ເຂົ້າ​ຮອບ​ນັອກ​ເອົ້າ​ຕໍ່​ໄປ ໂດຍ​ຈະ​ເລີ່ມ​ການ​ແຂ່ງຂັນ​ແຕ່​ວັນ​ທີ 15 ມັງກອນ​ນີ້​ເປັນຕົ້ນ​ໄປ ຈະ​ແຂ່ງຂັນ​ທຸກ​ວັນ​ຈັນ-ວັນ​ພະຫັດ, ເວລາ 14:00-16:00 ນາທີ ມື້​ລະ 2 ຄູ່ ທີ່​ເດີ່ນ​ເຕະບານ​ລ້ານ​ຊ້າງ. ສຳລັບ​ລາງວັນ​ທີ 1 ຈະ​ໄດ້​ຮັບ​ຂັນ​ແຊັມ ພ້ອມ​ເງິນສົດ 20.000.000 ກີບ ແລະ ຫຼຽນ​ຄຳ 35 ຫຼຽນ ພ້ອມ​ໃບ​ຍ້ອງຍໍ; ລາງວັນ​ທີ 2 ຈະ​ໄດ້​ຮັບ​ເງິນສົດ 15.000.000 ກີບພ້ອມຫຼຽນເງິນ 35 ຫຼຽນ ແລະ ໃບ​ຍ້ອງຍໍ; ລາງວັນ​ທີ 3 ຈະ​ໄດ້​ຮັບເງິນສົດ 10.000.000 ກີບພ້ອມຫຼຽນທອງ 35 ຫຼຽນ ແລະ ໃບ​ຍ້ອງຍໍ; ລາງວັນ​ທີ 4 ຈະ​ໄດ້​ຮັບ​ເງິນສົດ 5.000.000 ກີບ ພ້ອມ​ໃບຍ້ອງຍໍ. ນອກຈາກ​ນີ້ ຍັງ​ມີ​ລາງວັນ ​ທີມ​ມາລະຍາດ​ດີເດັ່ນ, ນັກ​ເຕະ​ດີເດັ່ນ, ຜູ້ຍິງ​ປະຕູ​ຫຼາຍ​ສຸດ, ຜູ້​ແອ​​ັສ​ຊິດ ຫຼື ສົ່ງ​ບານ​ໃຫ້​ເພື່ອນ​ຍິງ​ປະຕູ​ຫຼາຍ, ນັກ​ເຕະ​ດີເດັ່ນ, ກອງ​ເຊຍ​ດີເດັ່ນ, ຜູ້​ຮັກສາ​ປະຕູ​ດີເດັ່ນ ແລະ ຄູ​ເຝິກ​ດີເດັ່ນຈະ​ໄດ້​ຮັບ​ຂັນ​ລາງວັນ​ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ