ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ນິວ​ຄາ​​ສ​ເຊິນ ເອົາ​ຊະນະ ອາ​ເຊນ​​ອລ ຄັ້ງ​ທຳ​ອິດ​ ໃນ​ຮອບ 15 ປີ
ເວລາອອກຂ່າວ: 2025-01-14 09:23:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ນິວ​ຄາ​​ສ​ເຊິນ ຢູ​ໄນ​ເຕັດ ສາມາດ​ເອົາ​ຊະນະ 7 ນັດ​ຕິດຕໍ່​ກັນ ລວມ​ທຸກ​ລາຍການ, ຫຼ້າ​ສຸດ​ ເກມ ຄາ​ຣາ​ບາວ ຄັບ ຮອບ 4 ທີມ​ສຸດ​ທ້າຍ ນັດ​ທີ 1 ບຸກ​ເອົາ​ຊະນະ ອາ​ເຊນ​​ອລ 2-0 ປະຕູ ຈາກ​ການ​ຍິງ​ຂອງ ອາ​ເລັກ​ຊານ​ເດີ ອີ​ຊັກ ໃນ​ນາທີ​ ທີ 37 ແລະ ແອນ​ໂທ​ນີ້ ກໍ​ດອນ ໃນ​ນາທີ​ ທີ 51 ເຖິງ​ວ່າການ​ຄອບ​ຄອງ​ບານ ແລະ ສ້າງ​ໂອກາດ​ຍິງ​ປະຕູ​ໜ້ອຍ​ກວ່າ​ເຈົ້າ​ບ້ານ ແຕ່​ໃຊ້​ໂອກາດ​ຍິງ​ປະຕູ​ໄດ້​ຄົມ​ກວ່າ ຄອງ​ຄວາມ​ໄດ້​ປຽບ​ກັບ​ບ້ານ. ນິວ​ຄາ​​ສ​ເຊິນ ບຸກ​ເອົາ​ຊະນະ ອາ​ເຊນ​​ອລ ຄັ້ງ​ທຳ​ອິດ​ໃນ​ຮອບ 15 ປີ ກ່ອນ​ໜ້າ​ນີ້ 13 ນັດ​ລວດ​ທຸກ​ລາຍການ ສະເໝີ 1 ເສຍ 12 ນັດ. ນັດ​ທີ 2 ຈະ​ໄປ​ແຂ່ງຂັນ​ກັນ​ທີ່​ບ້ານ​ຂອງ ນິວ​ຄາ​​ສ​ເຊິນ ໃນ​ຄືນ​ວັນ​ທີ 5 ກຸມພາ 2025. ສຳລັບ ນິວ​ຄາ​​ສ​ເຊິນ ຫ່າງ​ເຫີນ​ຈາກ​ການ​ເປັນ​ແຊັມ​ມາ​ແຕ່​ລະດູ​ການ 2016-2017 ຕອນ​ນັ້ນ​ເປັນ​ແຊັມ​ລີກ​ອັນ​ດັບ​ສອງ​ຂອງ​ອັງກິດ (ແຊັມ​ປຽນ​ຊິບ) ໂດຍ​ລາຍການ​ຫຼ້າ​ສຸດ​ແມ່ນ Inter-Cities Fairs Cup, ນີ້​ເປັນ​ການ​ລຸ້ນ​ເຂົ້າ​ຊີງ ຄາ​ຣາ​ບາວ ຄັບ (ລີກ​ຄັບ) ຄັ້ງ​ທີ 3 ເຊິ່ງ​ຜ່ານ​ມາ ເຄີຍ​ເຂົ້າ​ຊີງ​ມາ​ແລ້ວ 2 ຄັ້ງ ໃນ​ລະດູ​ການ 2022-2023 ແຕ່ເສຍ​ໃຫ້​ກັບ ແມນ​ຢູ 0-2 ປະຕູ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ